ຂ່າວເດັ່ນ

ຫ​ວຽດ​ນາມ ແລະ WHO ເພີ່​ມ​ທະ​ວີ​ການ​ສົມ​ທົບ​ກັນ​ເພື່ອ​ຄວາມ​ປອ​ດ​ໄພ ແລະ ສຸ​ຂະ​ພາບ​ຂອງ​ມະ​ນຸດ

ຫ​ວຽດ​ນາມ ແລະ WHO ເພີ່​ມ​ທະ​ວີ​ການ​ສົມ​ທົບ​ກັນ​ເພື່ອ​ຄວາມ​ປອ​ດ​ໄພ ແລະ ສຸ​ຂະ​ພາບ​ຂອງ​ມະ​ນຸດ

(VOVWORLD) - ທ່ານຜູ້ອຳນວຍການໃຫຍ່ WHO Tedros Adhanom Ghebreyesus ໄດ້ຕີລາຄາສູງບັນດານະໂຍບາຍ, ຄວາມມານະພະຍາຍາມຖືກທິດຂອງ ຫວຽດນາມໃນການຮັບມືກັບໂລກລະບາດ, ພັດທະນາການແພດຮາກຖານ, ເບິ່ງແຍງດູແລສຸຂະພາບທົ່ວປວງຊົນ

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ  Tedros Adhanom Ghebreyesus (ພາບ: TTXVN)

ວັນທີ 6 ກໍລະກົດ, ຢູ່ບຣາຊິນ, ທີ່ການຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປນສຳຄັນການພັດທະນາກັບ WHO ເພື່ອຮັບປະກັນສຸຂະພາບການແພດປະຊາຄົມ. ທ່ານນາຍົກລັດຖະມົນຕີ ສະເໜີ WHO ຈັດສົ່ງນັກຊ່ຽວຊານຊ່ວຍເຫຼືອໃຫ້ຄຳປຶກສາແກ່ ຫວຽດນາມ ເພື່ອສ້າງລະບອບລະບຽບການນະໂຍບາຍໃຫ້ສົມບູນແບບ, ພັດທະນາລະບົບການແພດຮາກຖານ, ປັບປຸງສະພາບແວດລ້ອມ, ການດຳລົງຊີວິດຂອງປະຊາຊົນ ສ້າງການຫັນປ່ຽນໃຫ້ແກ່ການພັດທະນາການແພດປະຊາຄົມແບບຍືນຍົງ. ສ່ວນທ່ານຜູ້ອຳນວຍການໃຫຍ່ WHO Tedros Adhanom Ghebreyesus ໄດ້ຕີລາຄາສູງບັນດານະໂຍບາຍ, ຄວາມມານະພະຍາຍາມຖືກທິດຂອງ ຫວຽດນາມໃນການຮັບມືກັບໂລກລະບາດ, ພັດທະນາການແພດຮາກຖານ, ເບິ່ງແຍງດູແລສຸຂະພາບທົ່ວປວງຊົນ ແລະ ຢັ້ງຢືນພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ໃຫ້ຄຳປຶກສາແກ່ຫວຽດນາມ ຄືການສະເໜີຂອງທ່ານນາຍົກລັດຖະມົນຕີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.