ຂ່າວເດັ່ນ

ຫ​ວຽດ​ນາມ​ ນຳ​ເຂົ້າ​ຜັກ​ໝາກ​ໄມ້​ຈາກ​ອາ​ເມ​ລິ​ກາ ຈີນ ເປັນຈຳ​ນວນ​ກ່​ວາ 1,5 ຕື້ USD

ຫ​ວຽດ​ນາມ​ ນຳ​ເຂົ້າ​ຜັກ​ໝາກ​ໄມ້​ຈາກ​ອາ​ເມ​ລິ​ກາ ຈີນ ເປັນຈຳ​ນວນ​ກ່​ວາ 1,5 ຕື້ USD

(VOVWORLD) - ຫວຽດນາມ ໄດ້ຈ່າຍເງິນເປັນຈຳນວນ 2,4 ຕື້ USD ເພື່ອນຳເຂົ້າຜັກໝາກໄມ້ໃນປີກາຍນີ້, ເພີ່ມຂຶ້ນເກືອບ 24%ເມື່ອທຽບໃສ່ກັບປີກ່ອນນັ້ນ.

ຕາມຂໍ້ມູນຂອງກົມໃຫຍ່ພາສີແລ້ວ, ຫວຽດນາມ ໄດ້ຈ່າຍເງິນເປັນຈຳນວນ 2,4 ຕື້ USD ເພື່ອນຳເຂົ້າຜັກໝາກໄມ້ໃນປີກາຍນີ້, ເພີ່ມຂຶ້ນເກືອບ 24%ເມື່ອທຽບໃສ່ກັບປີກ່ອນນັ້ນ. ໃນນັ້ນ, ຜູ້ບໍລິໂພກສ່ວນຫຼາຍແມ່ນບໍລິໂພກຜັກໝາກໄມ້ມາຈາກບັນດາຕະຫຼາດໃຫຍ່ຄື: ຈີນ ແລະ ອາເມລິກາ. ປີຜ່ານມາ, ມູນຄ່າຜັກໝາກໄມ້ນຳເຂົ້າຈາກຈີນໃກ້ຈະຮອດລະດັບຕື້ USD, ເພີ່ມຂຶ້ນ 25%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ ແລະ ກວມເອົາ 41%ເມື່ອທຽບໃສ່ຍອດວົງເງິນ. ຖັດຈາກນັ້ນແມ່ນຕະຫຼາດອາເມລິກາ ດ້ວຍວົງເງິນ 544 ລ້ານ USD, ເພີ່ມຂຶ້ນ 64% ແລະ ກວມເອົາກ່ວາ 22% ຍອດວົງເງິນນຳເຂົ້າຜັກໝາກໄມ້ຂອງ ຫວຽດນາມ. ນອກຈາກນັ້ນ, ຕະຫຼາດຫວຽດນາມ ກໍ່ຍູ້ແຮງການນຳເຂົ້າຜັກໝາກໄມ້ຈາກອົດສະຕາລີ ຫຼື ມຽນມາດ້ວຍວົງເງິນບັນລຸຕາມລຳດັບແມ່ນ 151 ລ້ານ USD ແລະ 138 ລ້ານ USD.


This site is protected by reCAPTCHA and the Google Privacy Policy and Terms of Service apply.