ຂ່າວເດັ່ນ

ຫ​ວຽດ​ນາມ ປະ​ສານ​ສົມທົບ, ຊຸກ​ຍູ້​ການ​ຮັບ​ຮອງ​ເອົາຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ງົບ​ປະ​ມານ​ການ​ເຄື່ອນ​ໄຫວ​ໃຫ້​ແກ່​ຄະ​ນະ​ຮັກ​ສາ​ສັນ​ຕິ​ພາບ ຢູ່ Abyei

ຫ​ວຽດ​ນາມ ປະ​ສານ​ສົມທົບ, ຊຸກ​ຍູ້​ການ​ຮັບ​ຮອງ​ເອົາຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ງົບ​ປະ​ມານ​ການ​ເຄື່ອນ​ໄຫວ​ໃຫ້​ແກ່​ຄະ​ນະ​ຮັກ​ສາ​ສັນ​ຕິ​ພາບ ຢູ່ Abyei

(VOVWORLD) - ວັນທີ 30 ມິຖຸນາ, ສະມັດຊາໃຫຍ່ ສປຊ ຊຸດທີ 79 ໄດ້ໂຮມປະຊຸມຄົບຄະນະ ແລະ ຮັບຮອງເອົາມະຕິ 17 ສະບັບ ກ່ຽວກັບບັນດາບັນຫາການຈັດຕັ້ງ, ບໍລິຫານ ແລະ ງົບປະມານຂອງບັນດາຄະນະຮັກສາສັນຕິພາບ ສປຊ.

ກອງປະຊຸມຂອງສະມັດຊາໃຫຍ່ ສປຊ (ພາບ: VOV)

ພາຍຫຼັງໄດ້ປຶກສາຫາລື ແລະ ເຈລະຈາມາເປັນເວລາເກືອບ 2 ເດືອນ ຢູ່ ຄະນະກຳມະການການບໍລິຫານ ແລະ ງົບປະມານ (ເອີ້ນຫຍໍ້ວ່າ ຄະນະກຳມະການເລກ 5), ວັນທີ 30 ມິຖຸນາ, ສະມັດຊາໃຫຍ່ ສປຊ ຊຸດທີ 79 ໄດ້ໂຮມປະຊຸມຄົບຄະນະ ແລະ ຮັບຮອງເອົາມະຕິ 17 ສະບັບ ກ່ຽວກັບບັນດາບັນຫາການຈັດຕັ້ງ, ບໍລິຫານ ແລະ ງົບປະມານຂອງບັນດາຄະນະຮັກສາສັນຕິພາບ ສປຊ.

ໃນກອງປະຊຸມ, ສະມັດຊາໃຫຍ່ ໄດ້ຮັບຮອງເອົາຄວາມເຫັນດີເຫັນພ້ອມຮ່າງມະຕິວ່າດ້ວຍງົບປະມານສຳລັບຄະນະຮັກສາສັນຕິພາບ ສປຊ ປະຈຳ Abyei (ຄະນະ UNISFA) ໂດຍ ຫວຽດນາມ ປະສານສົມທົບເຈລະຈາ. ນີ້ແມ່ນມະຕິສະບັບທີ 2 ເຊິ່ງ ຫວຽດນາມ ໄດ້ປະສານສົມທົບເຈລະຈາສຳເລັດໃນຄະນະກຳມະການເລກ 5 ສະມັດຊາໃຫຍ່ ສປຊ ຊຸດທີ 79. ມະຕິໄດ້ຮັບຮອງເອົາບ້ວງງົບປະມານ 310 ລ້ານ USD ເພື່ອເບີກຈ່າຍເງິນເດືອນ, ເຄື່ອງອຸປະກອນ, ຄ່າກວດ, ປິ່ນປົວພະຍາດ ແລະ ລາຍຈ່າຍອື່ນໆ ເພື່ອຮັບປະກັນການເຄື່ອນໄຫວຂອງຄະນະ UNISFA ນັບແຕ່ເດືອນກໍລະກົດ 2025 ຈົນຮອດທ້າຍເດືອນ ມິຖຸນາ 2026.

ໝາກຜົນນີ້ ສືບຕໍ່ຢັ້ງຢືນຄຳໝັ້ນສັນຍາເປັນສະມາຊິກທີ່ຕັ້ງໜ້າ, ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບ ກໍຄືຄວາມສາມາດປະສານງານ, ນຳພາ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ຢູ່ບັນດາເວທີປາໄສ ສປຊ.

ນັກຂ່າວ VOV ປະຈຳ ອາເມລິກາ


This site is protected by reCAPTCHA and the Google Privacy Policy and Terms of Service apply.