ຂ່າວເດັ່ນ

ຫ​ວຽດ​ນາມ ສະ​ເໜີ​ບັນ​ດາ​ປະ​ເທດ​ອາ​ຊີສົມ​ທົບ​ກັນ​ປະ​ຕິ​ບັດ​ “ 5 ເນື້ອ​ໃນນຳ​ໜ້າ” ເພື່ອ​ພັດ​ທະ​ນາ​ພາກ​ພື້ນ

ຫ​ວຽດ​ນາມ ສະ​ເໜີ​ບັນ​ດາ​ປະ​ເທດ​ອາ​ຊີສົມ​ທົບ​ກັນ​ປະ​ຕິ​ບັດ​ “ 5 ເນື້ອ​ໃນນຳ​ໜ້າ” ເພື່ອ​ພັດ​ທະ​ນາ​ພາກ​ພື້ນ

(VOVWORLD) - ຕອນເຊົ້າວັນທີ 30 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ໄດ້ມີບົດກ່າວປາໄສສຳຄັນໃນກອງປະຊຸມອະນາຄົດ ອາຊີ, ເຊິ່ງພວມດຳເນີນຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ.

ກອງປະຊຸມອະນາຄົດ ອາຊີ

  ບົດກ່າວຄຳເຫັນຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ກວມລວມບັນດາບັນຫາຈຸດສຸມ, ແນະນຳໂດຍສັງເຂບບັນດາລັດຖະນະໂຍບາຍ, ບັນດາເປົ້າໝາຍໃຫຍ່ຂອງ ຫວຽດນາມ, ມຸ່ງໄປເຖິງການພັດທະນາແບບຍືນຍົງ, ຊ່ວຍຜູ້ແທນສາກົນມີມູມມອງໂດຍລວມກ່ຽວກັບຍຸດທະສາດພັດທະນາຂອງ ຫວຽດນາມ.

        ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ກໍຊີ້ໃຫ້ເຫັນບັນດາກຳລັງບົ່ມຊ້ອນ, ທ່າແຮງຢ່າງໃຫຍ່ຫຼວງຂອງ ອາຊີ, ກໍຄືບັນດາສິ່ງທ້າທາຍເຊິ່ງພາກພື້ນພວມປະເຊີນໜ້າ, ບົນພື້ນຖານນັ້ນ, ວາງອອກບັນດາຂໍ້ສະເໜີລະອຽດ.

        “ຫວຽດນາມ ສະເໜີ  “5 ເນື້ອໃນນຳໜ້າ” ເຊິ່ງບັນດາປະເທດ ອາຊີຕ້ອງສົມທົບເພື່ອຊຸກຍູ້ໃນໄລຍະຈະມາເຖິງ. ທີໜຶ່ງແມ່ນນ້ຳໜ້າໃນການເຮັດໃໝ່ບັນດາກົນໄກຮ່ວມມືຫຼາຍຝ່າຍ, ປັບປຸງລະບົບການຄ້າເສລີໃນຫຼັກການພ້ອມກັນມີໄຊ. ທີສອງແມ່ນນຳໜ້າໃນການຊຸກຍູ້ການພັດທະນາວິທະຍາສາດ - ເຕັກໂນໂລຢີ, ປ່ຽນແປງໃໝ່ - ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ. ທີສາມແມ່ນນຳໜ້າໃນການຊຸກຍູ້ການພັດທະນາແບບກວມລວມ, ຖືປະຊາຊົນເປັນໃຈກາງ, ເປົ້າໝາຍ, ເຈົ້າກຳ, ກຳລັງໜູນຂອງທຸກນະໂຍບາຍ. ທີສີ່ແມ່ນນຳໜ້າໃນການສ້າງຮູບແບບເສດຖະກິດໃໝ່, ພິເສດແມ່ນຫັນເປັນສີຂຽວ, ຫັນເປັນດີຈີຕອນ. ທີຫ້າແມ່ນນຳໜ້າໃນການ ເພີ່ມທະວີຄວາມສາມັກຄີ, ການຮ່ວມມື ແລະ ເຄົາລົບເຊິ່ງກັນ ແລະ ກັນ, ປະຕິບັດກົດໝາຍສາກົນ, ກົດບັດ ສປຊ, ຊຸກຍູ້ການແກ້ໄຂບັນດາຂໍ້ຂັດແຍ້ງກັນ, ບໍ່ລົງລອຍກັນໂດຍສັນຕິວິທີ”.

        ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ນີ້ແມ່ນເສັ້ນທາງເພື່ອໃຫ້ບັນດາປະເທດ ອາຊີ ພັດທະນາຢ່າງແຮງກວ່າໃນສັງກາດໃໝ່.


 

This site is protected by reCAPTCHA and the Google Privacy Policy and Terms of Service apply.