ຂ່າວເດັ່ນ

ຫ​ວຽດ​ນາມ​ຊຸກ​ຍູ້​ການ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຢູ່​ນະ​ຄອນ Sydney

ຫ​ວຽດ​ນາມ​ຊຸກ​ຍູ້​ການ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຢູ່​ນະ​ຄອນ Sydney

(VOVWORLD) - ຫວຽດນາມ ໄດ້ຮັບການການແນະນຳແມ່ນໜຶ່ງໃນບັນດາສະຖານທີ່ນັດພົບແຖວໜ້າພາກພື້ນ ດ້ວຍລະບົບມໍລະດົກໂລກທີ່ຫຼາຍຮູບຫຼາຍແບບຄື: ອ່າວຮະລອງ, ຟອງຍາ - ແກບ້າງ, ຈ່າງອານ, ໂຮ້ຍອານ, ໝິເຊີນ, ເມືອງເກົ່າເຫ້ວ, ພາລະຊາວັງທັງລອງ, ພາລະຊາວັງ ລາດຊະວົງໂຮ່.

ລາຍການສະແດງສິລະປະຢູ່ໂຄງການ (ພາບ: VOV)

ວັນທີ 27 ພະຈິກ ຢູ່ Sydney (ອົດສະຕາລີ), ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບກອງທຶນໜູນຊ່ວຍການພັດທະນາການທ່ອງທ່ຽວ ຫວຽດນາມ ຈັດໂຄງການແນະນຳການທ່ອງທ່ຽວຫວຽດນາມ, ເຊື່ອມຕໍ່ວິສາຫະກິດຢູ່ຕະຫຼາດ ອົດສະຕາລີໃນປີ 2025. ຢູ່ເຫດການ, ຫວຽດນາມ ໄດ້ຮັບການການແນະນຳແມ່ນໜຶ່ງໃນບັນດາສະຖານທີ່ນັດພົບແຖວໜ້າພາກພື້ນ ດ້ວຍລະບົບມໍລະດົກໂລກທີ່ຫຼາຍຮູບຫຼາຍແບບຄື: ອ່າວຮະລອງ, ຟອງຍາ - ແກບ້າງ, ຈ່າງອານ, ໂຮ້ຍອານ, ໝິເຊີນ, ເມືອງເກົ່າເຫ້ວ, ພາລະຊາວັງທັງລອງ, ພາລະຊາວັງ ລາດຊະວົງໂຮ່. ນອກຈາກນັ້ນ, ບັນດາວິສາຫະກິດສອງປະເທດ ກໍ່ໄດ້ສ້າງເງື່ອນໄຂໃນການພົບປະ, ຊອກຫາໂອກາດຮ່ວມມື, ແນະນຳຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວ ໂດຍຜ່ານໂຄງການພົບປະ, ເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ອົດສະຕາລີ (B2B). ເນື່ອງໃນໂອກາດນີ້, ບັນດາແຂກຖືກເຊີນກໍ່ໄດ້ຮັບຊົມລາຍການສະແດງສິລະປະ ແນະນຳວັດທະນະທຳຂອງ ຫວຽດນາມ ຜ່ານບັນດາເຄື່ອງດົນຕີພື້ນເມືອງ ໂດຍບັນດານັກສິລະປິນຈາກໂຮງລະຄອນຮ້ອງລຳທຳເພງ, ຟ້ອນ, ດົນຕີແຫ່ງຊາດຫວຽດນາມ ສະແດງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.