ຂ່າວເດັ່ນ

ຫ໋າຍ​ຝ່ອງ - ສະ​ຖ​ານ​ທີ່​ຍຸດ​ທະ​ສາດ​ໃນ​ສັງ​ກາດ​ໃໝ່​

ຫ໋າຍ​ຝ່ອງ - ສະ​ຖ​ານ​ທີ່​ຍຸດ​ທະ​ສາດ​ໃນ​ສັງ​ກາດ​ໃໝ່​

(VOVWORLD) - ກອງປະຊຸມ ABAC 3 ໄດ້ດຳເນີນແຕ່ວັນທີ 15 – 18 ກໍລະກົດ ດ້ວຍການເຂົ້າຮ່ວມຂອງຜູ້ແທນຫຼາຍກ່ວາ 1000 ທ່ານ (ໃນນັ້ນມີຜູ້ແທນສາກົນປະມານ 250 ທ່ານ) ທີ່ມາຈາກ 21 ພື້ນຖານເສດຖະກິດ APEC, ການນຳບັນດາກຸ່ມບໍລິສັດນາໆຊາດ, ອົງການຈັດຕັ້ງການເງິນ, ສູນຄົ້ນຄ້ວາ - ນະວັດຕະກຳສາກົນ…

ສະຖານທີ່ດຳເນີນກອງປະຊຸມ (ພາບ: ດາມແທັງ)

ກອງປະຊຸມຄັ້ງທີ 3 ຂອງສະພາໃຫ້ຄຳປຶກສາການດຳເນີນທຸລະກິດ APEC ປີ 2025 (ABAC3) ແລະ  ກອງປະຊຸມສົ່ງເສີມການລົງທຶນນະຄອນດ້ວຍຫົວຂໍ້ “ຫ໋າຍຝ່ອງ - ສະຖານທີ່ຍຸດທະສາດຂອງສັງກາດໃໝ່” ໄດ້ໄຂຂຶ້ນໃນວັນທີ 15 ກໍລະກົດ ຢູ່ນະຄອນ ຫ໋າຍຝ່ອງ.

ກອງປະຊຸມ ABAC 3 ໄດ້ດຳເນີນແຕ່ວັນທີ 15 – 18 ກໍລະກົດ ດ້ວຍການເຂົ້າຮ່ວມຂອງຜູ້ແທນຫຼາຍກ່ວາ 1000 ທ່ານ (ໃນນັ້ນມີຜູ້ແທນສາກົນປະມານ 250 ທ່ານ) ທີ່ມາຈາກ 21 ພື້ນຖານເສດຖະກິດ APEC, ການນຳບັນດາກຸ່ມບໍລິສັດນາໆຊາດ, ອົງການຈັດຕັ້ງການເງິນ, ສູນຄົ້ນຄ້ວາ - ນະວັດຕະກຳສາກົນ… ປຶກສາຫາລືກ່ຽວກັບບັນດາບັນຫາການຄ້າ ແລະ ການລົງທຶນຈຸດສຸມຂອງ ພາກພື້ນ ອາຊີ - ປາຊີຟິກກາ. ໃນຂອບເຂດເຫດການກໍ່ດຳເນີນຫຼາຍການເຄື່ອນໄຫວ, ຊ່ວຍບັນດານັກລົງທຶນມີຄວາມເຂົ້າໃຈຫຼາຍກ່ວາອີກກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງ ຫ໋າຍຝ່ອງ… ທ່ານຫງວຽນກ໋ວາງຝຸກ, ຫົວໜ້າຄະນະໂຄສະນາສືກສາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກນະຄອນຫ໋າຍຝ່ອງ ຢັ້ງຢືນວ່າ:

ຫ໋າຍຝ່ອງແມ່ນສະຖານທີ່ດູດດື່ມສຳລັບບັນດານັກລົງທຶນ, ດ້ວຍພື້ນທີ່, ຂອບຂະໜາດດ້ານເສດຖະກິດ ແລະ ພິເສດແມ່ນຄວາມເຂັ້ມແຂງ, ຂ້ຽວຂາດ, ຂະຫຍັນຂັນເຄື່ອນຂອງຖັນແຖນການນຳ ແລະ ພະນັກງານນະຄອນ. ເຫດການນີ້ກໍ່ແມ່ນເຫດການໃຫຍ່ທີ່ສຸດ, ດຶງດູດຫຼາຍນັກລົງທຶນ, ນັກເສດຖະກິດ ແລະ ຈະຜັນຂະຫຍາຍບາງການເຄື່ອນໄຫວທີ່ແທດຈິງ, ປະກອບສ່ວນເຂົ້າໃນການເຕີບໂຕ ແລະ ພັດທະນານະຄອນຄືດັ່ງຄວາມຫວັງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.