ຂ່າວເດັ່ນ

ຕະຫຼາດ​ນ້ຳ​ມັນ​ອາຍ​ແກັດ ແລະ ການ​ຂົນ​ສົ່ງ​ໂລກ​ມີ​ການເໜັງ​ຕ​ິງ​ຢ່າງໃຫຍ່ຫຼວງ

ຕະຫຼາດ​ນ້ຳ​ມັນ​ອາຍ​ແກັດ ແລະ ການ​ຂົນ​ສົ່ງ​ໂລກ​ມີ​ການເໜັງ​ຕ​ິງ​ຢ່າງໃຫຍ່ຫຼວງ

(VOVWORLD) - ການປະທະກັນທີ່ເຄັ່ງຕຶງທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງໃນຊຸມວັນຜ່ານມາ ໄດ້ກໍ່ຜົນກະທົບຢ່າງແຮງຕໍ່ຕະຫຼາດພະລັງງານ ແລະ ລະບົບສະໜອງທົ່ວໂລກ.

ບັນດາກ່ຳປັ່ນຂົນສົ່ງນ້ຳມັນ ຢູ່ນອກຝັ່ງ Fujairah, ສະຫະລັດ ອາຣັບ ເອມມີເລດ ໃນວັນທີ   03/03/2026 (ພາບ: REUTERS/Amr Alfiky)

   ລາຄານ້ຳມັນ ແລະ ອາຍແກັດໂລກໄດ້ເພີ່ມຂຶ້ນຢ່າງແຮງ ເມື່ອບັ້ນຮົບການທະຫານຂອງ ອາເມລິກາ ແລະ ອິດສະຣາແອັນ ເລັ່ງໃສ່ ອີຣານ ເຮັດໃຫ້ການຜະລິດ ກໍຄືການຂົນສົ່ງພະລັງງານຈາກ ຕາເວັນອອກກາງ, ພາກພື້ນທີ່ສະໜອງແຫຼ່ງນ້ຳມັນອາຍແກັດສ່ວນໃຫຍ່ໃຫ້ແກ່ຕະຫຼາດທົ່ວໂລກຖືກຂາດວັກຂາດຕອນ. ລາຄານ້ຳມັນເຊື້ອເພີງຂາຍສົ່ງຢູ່ເອີຣົບ ໄດ້ເພີ່ມຂຶ້ນກວ່າ  50% ພຽງແຕ່ພາຍໃນໜຶ່ງວັນ. ໃນຂະນະນັ້ນ, ລາຄານ້ຳມັນ Brent ເພີ່ມຂຶ້ນກວ່າ 8% ຍ້ອນຄວາມວິຕົກກັງວົນແຫຼ່ງສະຫຼອງຖືກຮັດແຄບເຂົ້າ.  

        ບໍ່ພຽງແຕ່ໄດ້ກໍ່ຜົນກະທົບຕໍ່ຕະຫຼາດພະລັງງານເທົ່ານັ້ນ, ຂົງເຂດຂົນສົ່ງທາງທະເລ ແລະ ການຄ້າສາກົນ ກໍຖືກຜົນກະທົບຈາກຄວາມເຄັ່ງຕຶງດ້ານພູມີສາດການເມືອງເຊັ່ນດຽວກັນ. Hapag-Lloyd  - ບໍລິສັດຂົນສົ່ງຕູ້ຄອນເທັນເນີໃຫຍ່ຂອງ ເຢຍລະມັນ ໄດ້ອອກແຈ້ງການຢຸດຕິຊົ່ວຄາວການຈ່ອງຕູ້ຂົນສົ່ງສິນຄ້າຈາກ ເອີຣົບ ໄປຍັງເຂດອ່າວ. ສິ່ງດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ການຂົນສົ່ງສິນຄ້າໄປຍັງບັນດາປະເທດ ສະຫະລັດ ອາຣັບ ເອມມີເລດ, ອີຣັກ, ກູເວດ, ກາຕາ ແລະ ແຂວງທາງທິດຕາເວັນອອກຂອງ ອາຣັບບີ ຊະອຸດິ, ກໍຄືບັນດາເສັ້ນທາງຂົນສົ່ງທີ່ໄປຜ່ານທ່າກ່ຳປັ່ນ Jebel Ali ຢູ່ ດູບາຍ ໜຶ່ງໃນບັນດາສູນຂ່ຽນຖ່າຍສິນຄ້າໃຫຍ່ທີ່ສຸດໃນພາກພື້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.