ຂ່າວເດັ່ນ

ຕຳຫຼວດ ອັງ​ກິດ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ Manchester ແມ່ນການ “ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ”

ຕຳຫຼວດ ອັງ​ກິດ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ Manchester ແມ່ນການ “ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ”

(VOVWORLD) - ພາຍຫຼັງເກີດເຫດໄດ້ 2 – 3 ນາທີ, ຕຳຫຼວດກໍຈັບຕົວຜູ້ຖືກສົງໄສດັ່ງກ່າວຢູ່ທາງນອກໂບດ Heaton Park ໃນທັນທີ.

ພະນັກງານກູ້ໄພກູ້ຊີບເຮັດວຽກຢູ່ບ່ອນເກີດເຫດ (ພາບ: REUTERS/Phil Noble)

ຕຳຫຼວດ ອັງກິດ ແຈ້ງໃຫ້ຊາບວ່າ ຜູ້ຖືກສົງໄສກໍ່ເຫດບຸກໂຈມຕີກໍ່ການຮ້າຍຢູ່ ໂບດຊາວຢິວ ທີ່ນະຄອນ Manchester ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ ຖືກບາດເຈັບ 3 ຄົນ ໃນວັນທີ 02 ຕຸລານັ້ນ ແມ່ນ ທ້າວ Jihad Al-Shamie, ອາຍຸ 35 ປີ, ເປັນພົນລະເມືອງ ອັງກິດ ເຊື້ອຊາດ ຊີຣີ. ພາຍຫຼັງເກີດເຫດໄດ້ 2 – 3 ນາທີ, ຕຳຫຼວດກໍຈັບຕົວຜູ້ຖືກສົງໄສດັ່ງກ່າວຢູ່ທາງນອກໂບດ Heaton Park ໃນທັນທີ.

        ຕາມຕຳຫຼວດແລ້ວ, ເປົ້າໝາຍດັ່ງກ່າວໄດ້ຂັບລົດຕຳເຂົ້າບ່ອນທີ່ຄົນຊຸມນຸມກັນຫຼາຍຢູ່ນອກໂບດດັ່ງກ່າວ ແລ້ວໃຊ້ມີດທຳຮ້າຍບັນດາຜູ້ປະສົບໄພ ເຊິ່ງກົງກັບໂອກາດ Yom Kippur, ເຊິ່ງເປັນວັນທີ່ສັກສິດທີ່ສຸດສຳລັບຊາວຢິວ. ອຸບັດຕິເຫດດັ່ງກ່າວໄດ້ຮັບຖືວ່າ “ແມ່ນການກະທຳກໍ່ການຮ້າຍ”. ໃນວິວັດການສືບສວນ, ຕຳຫຼວດເຂດ Greater Manchester ໄດ້ຈັບຕົວຜູ້ຖືກສົງໄສຕື່ມອີກ 3 ຄົນ, ຍ້ອນສົງໄສວ່າມີສ່ວນກ່ຽວຂ້ອງເຖິງການເຄື່ອນໄຫວກໍ່ການຮ້າຍ.

        ທ່ານນາຍົກລັດຖະມົນຕີ Keir Starmer ໄດ້ກ່າວປະນາມວ່າ “ເຫດບຸກໂຈມຕີດັ່ງກ່າວເລັ່ງໃສ່ຊາວ ຢິວ ພຽງແຕ່ຍ້ອນເຂົາເປັນຊາວຢິວ”, ພ້ອມທັງໃຫ້ຄຳໝັ້ນສັນຍາຈະເພີ່ມທະວີຄວາມໝັ້ນຄົງໃຫ້ແກ່ຊຸມຊົນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.