ຂ່າວເດັ່ນ

ຕັດ​ສິນ​ໃຈ​ຍົກ​ເລີກ​ບັດ​ເຫຼືອງ IUU

ຕັດ​ສິນ​ໃຈ​ຍົກ​ເລີກ​ບັດ​ເຫຼືອງ IUU

(VOVWORLD) - ໂທລະເລກໄດ້ຮຽກຮ້ອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຜັນຂະຫຍາຍຢ່າງຂ້ຽວຂາດ 123 ໜ້າທີ່, ສຸມໃສ່ 5 ກຸ່ມບັນຫາຈຸດສຸມ ລວມມີ: ຂອບນິຕິກຳ, ການຄຸ້ມຄອງກຸ່ມກຳປັ່ນ, ຕິດຕາມ, ກວດກາກຳປັ່ນຫາປາ.

ພາບປະກອບ: VGP

ວັນທີ 25 ກຸມພາ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ໂທລະເລກກ່ຽວກັບການສຸມໃສ່ກະກຽມການເຮັດວຽກກັບຄະນະກວດກາຂອງຄະນະກຳມະການເອີລົບ (EC) ຄັ້ງທີ 5, ຕັດສິນໃຈຍົກເລີກການແຈ້ງເຕືອນບັດເຫຼືອງ IUU (ການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ) ສຳລັບສິນໃນນ້ຳ ຫວຽດນາມ. ໂທລະເລກໄດ້ຮຽກຮ້ອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຜັນຂະຫຍາຍຢ່າງຂ້ຽວຂາດ 123 ໜ້າທີ່, ສຸມໃສ່ 5 ກຸ່ມບັນຫາຈຸດສຸມ ລວມມີ: ຂອບນິຕິກຳ, ການຄຸ້ມຄອງກຸ່ມກຳປັ່ນ, ຕິດຕາມ, ກວດກາກຳປັ່ນຫາປາ; ຄົ້ນຫາຕົ້ນກຳເນີດການຂຸດຄົ້ນສິນໃນນ້ຳ, ການປະຕິບັດກົດໝາຍ ແລະ ແກ້ໄຂກໍລະນີລະເມີດ ໃຫ້ຖືກຕ້ອງຕາມ 5 ຂໍ້ສະເໜີແນະຂອງ EC.

This site is protected by reCAPTCHA and the Google Privacy Policy and Terms of Service apply.