ຂ່າວເດັ່ນ

ຕັດ​ສິນ​ໃຈ​ຍູ້​ໄວ​ຄວາມ​ຄືບ​ໜ້າໃນການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ, ຜັນ​ຂະ​ຫຍາຍ​ບັນ​ດາ​ກິດ​ຈະ​ກຳ​ຈຸດ​ສຸມ ແລະ ລົບ​ລ້າງ​ເຮືອນ​ຢູ່​ຊົ່ວ​ຄາວ, ເຮືອນ​ຮົ່​ວ​ເພ

ຕັດ​ສິນ​ໃຈ​ຍູ້​ໄວ​ຄວາມ​ຄືບ​ໜ້າໃນການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ, ຜັນ​ຂະ​ຫຍາຍ​ບັນ​ດາ​ກິດ​ຈະ​ກຳ​ຈຸດ​ສຸມ ແລະ ລົບ​ລ້າງ​ເຮືອນ​ຢູ່​ຊົ່ວ​ຄາວ, ເຮືອນ​ຮົ່​ວ​ເພ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ປີ 2025, ຫວຽດນາມ ກຳນົດການເຕີບໂຕເສດຖະກິດ 8% ຂຶ້ນໄປ, ສ້າງທ່ວງທ່າ, ສ້າງແຫຼ່ງກຳລັງ ແລະ ຈິດໃຈໃຫ້ແກ່ການເຕີບໂຕ 2 ຕົວເລກໃນຊຸມປີຕໍ່ໄປ, ບັນລຸ 2 ເປົ້າໝາຍພັດທະນາ 100 ປີ.

ກອງປະຊຸມຄັ້ງທີ 5 ຄະນະຊີ້ນຳສູນກາງການຜັນຂະຫຍາຍການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນຂອບເຂດທົ່ວປະເທດ

ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 5 ຄະນະຊີ້ນຳສູນກາງການຜັນຂະຫຍາຍການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນຂອບເຂດທົ່ວປະເທດ; ກອງປະຊຸມຄັ້ງທີ 18 ຄະນະຊີ້ນຳແຫ່ງລັດກ່ຽວກັບບັນດາກິດຈະກຳ, ໂຄງການສຳຄັນລະດັບຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ ແລະ ກອງປະຊຸມຄັ້ງທີ 2 ກ່ຽວກັບການຊຸກຍູ້ການປ່ອຍເງິນລົງທຶນພາກລັດປີ 2025.

ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ປີ 2025, ຫວຽດນາມ ກຳນົດການເຕີບໂຕເສດຖະກິດ 8% ຂຶ້ນໄປ, ສ້າງທ່ວງທ່າ, ສ້າງແຫຼ່ງກຳລັງ ແລະ ຈິດໃຈໃຫ້ແກ່ການເຕີບໂຕ 2 ຕົວເລກໃນຊຸມປີຕໍ່ໄປ, ບັນລຸ 2 ເປົ້າໝາຍພັດທະນາ 100 ປີ.

ກ່ຽວຂ້ອງເຖິງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ,  ຄະນະຊີ້ນຳຕັດສິນໃຈປະຕິບັດສຳເລັດເປົ້າໝາຍນີ້ກ່ອນວັນທີ 02 ກັນຍາ 2025. ສຳລັບການລົບລ້າງເຮືອນຢູ່ຊົ່ວຄາວຂອງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ວາງເປົ້າໝາຍ ທົ່ວປະເທດຈະປະຕິບັດສຳເລັດກ່ອນວັນທີ 27 ກໍລະກົດ.

ກໍກ່ຽວຂ້ອງເຖິງການລົງທຶນສາທາລະນະ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ນີ້ແມ່ນວຽກງານທີ່ມີຄວາມສຳຄັນທີ່ສຸດ, ສ້າງວຽກເຮັດງານທຳ, ສ້າງໂອກາດພັດທະນາໃໝ່, ສ້າງບັນດາກິດຈະກຳ, ການເຄື່ອນໄຫວໃຫ້ປະມານ 40 ຂະແໜງອາຊີບທີ່ແຕກຕ່າງກັນ, ປະກອບສ່ວນເຂົ້າໃນການເຕີບໂຕຢ່າງຈະແຈ້ງ. ດັ່ງນັ້ນ, ບັນດາຜູ້ແທນຕ້ອງມີການໄຈ້ແຍກ, ປຶກສາຫາລືເພື່ອໃຫ້ການລົງທຶນພາກລັດນັບມື້ນັບມີປະສິດທິຜົນ.

ລ້າຍຮວາ

This site is protected by reCAPTCHA and the Google Privacy Policy and Terms of Service apply.