ຂ່າວເດັ່ນ

ຫຼາຍ​ຂົງ​ເຂດ​ເສດ​ຖະ​ກິດ​ຮັກ​ສາ​ທ່າ​ເຕີບ​ໂຕ​ສູງ

ຫຼາຍ​ຂົງ​ເຂດ​ເສດ​ຖະ​ກິດ​ຮັກ​ສາ​ທ່າ​ເຕີບ​ໂຕ​ສູງ

(VOVWORLD) - ຕອນເຊົ້າວັນທີ 06 ມີນາ, ກົມສະຖິຕິ (ກະຊວງການເງິນ) ໄດ້ປະກາດບົດລາຍງານສະພາບການເສດຖະກິດ ສັງຄົມ ເດືອນກຸມພາ ແລະ 2 ເດືອນຕົ້ນປີ 2026).

(ພາບປະກອບ:  VOV)

ຕາມນັ້ນແລ້ວ, ດັດຊະນີການຜະລິດທົ່ວຂະແໜງອຸດສາຫະກຳ 2 ເດືອນຕົ້ນປີນີ້ ເພີ່ມຂຶ້ນ 10,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສຳລັບຂົງເຂດນຳເຂົ້າ-ສົ່ງອອກ, ໃນເດືອນກຸມພາ, ວົງເງິນການສົ່ງອອກ, ນຳເຂົ້າສິນຄ້າທັງໝົດຂອງ ຫວຽດນາມ ບັນລຸ 67,16 ຕື້ USD. ໄລ່ລວມສອງເດືອນຕົ້ນປີ 2026, ວົງເງິນການນຳເຂົ້າສົ່ງອອກສິນຄ້າທັງໝົດບັນລຸ 155,7 ຕື້ USD, ເພີ່ມຂຶ້ນ 22,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ ການສົ່ງອອກເພີ່ມຂຶ້ນ 18,3%.

        ຕໍ່ໜ້າສະພາບການລາຄານ້ຳມັນໂລກເພີ່ມຂຶ້ນຢ່າງແຮງ, ກໍ່ກຳລັງກົດດັນເຖິງໄພເງິນເຟີ້ ແລະ ອັດຕາແລກປ່ຽນ, ທ່ານ ຟ້າມແທັງຮ່າ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ໃຫ້ຮູ້ວ່າ ທະນາຄານແຫ່ງລັດ ຫວຽດນາມ ຈະສືບຕໍ່ດັດປັບການສິນເຊື່ອໃຫ້ແທດເໝາະກັບການຜັນແປຂອງເສດຖະກິດມະຫາພາກ.

        ກ່ຽວກັບຂົງເຂດດຶງດູດເງິນລົງທຶນຕ່າງປະເທດ (FDI), ໄລ່ຮອດວັນທີ 28 ກຸມພາ, ເງິນລົງທຶນຕ່າງປະເທດທັງໝົດທີ່ໄດ້ຈົດທະບຽນລົງທຶນຢູ່ ຫວຽດນາມ ບັນລຸ 6,03 ຕື້ USD, ເຖິງວ່າໄດ້ຫຼຸດລົງກ່ຽວກັບຈຳນວນທຶນຈົດທະບຽນ ແຕ່ວ່າ ຈຳນວນທຶນປະຕິບັດພັດເພີ່ມຂຶ້ນຢ່າງແຮງ ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.