ຂ່າວເດັ່ນ

ຕ້ອງ​ມີ​ບັນ​ດາ​ກຸ່ມ​ມາດ​ຕະ​ການ​ເພື່ອ​ໃຫ້​ແຂວງ ກວ໋າງ​ນິງ ພັດ​ທະ​ນາ​ຢ່າງວ່ອງ​ໄວ, ໝັ້ນ​ແກ່ນ, ຍືນ​ຍົງ​ໃນ​ທຸກ​ດ້ານ

ຕ້ອງ​ມີ​ບັນ​ດາ​ກຸ່ມ​ມາດ​ຕະ​ການ​ເພື່ອ​ໃຫ້​ແຂວງ ກວ໋າງ​ນິງ ພັດ​ທະ​ນາ​ຢ່າງວ່ອງ​ໄວ, ໝັ້ນ​ແກ່ນ, ຍືນ​ຍົງ​ໃນ​ທຸກ​ດ້ານ

(VOVWORLD) - “ຂ້າພະເຈົ້າປາດຖະໜາວ່າ ກວ໋າງນິງ ຈະສືບຕໍ່ພັດທະນາຫຼາຍກວ່າອີກ. ຢາກເຮັດໄດ້ຄືແນວນັ້ນ, ຂ້າພະເຈົ້າສະເໜີວ່າ ຕ້ອງສຳຫຼວດກວດຄືນທຸກໜ້າທີ່, ບັນດາເປົ້າໝາຍ, ໂຄງການ ແລະ ຕ້ອງສ້າງແຜນການໃຫ້ມີວິທະຍາສາດ, ຈັດແບ່ງໜ້າວຽກຢ່າງລະອຽດ”.

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: TTXVN)

“ຕ້ອງມີບັນດາກຸ່ມມາດຕະການເພື່ອໃຫ້ແຂວງ ກວ໋າງນິງ ພັດທະນາຢ່າງວ່ອງໄວ, ໝັ້ນແກ່ນ, ຍືນຍົງໃນທຸກດ້ານ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ  ໃນກອງປະຊຸມຮັບຮອງເອົາຮ່າງບົດລາຍງານຄະນະກວດກາຂອງກົມການເມືອງ, ຄະນະເລຂາທິການປີ  2025 ສຳລັບຄະນະປະຈຳຄະນະພັກແຂວງ ກວ໋າງນິງ. ທ່ານປະທານປະເທດ ເລືອງເກືອງ ກໍສະເໜີໃຫ້ການນຳແຂວງ ກວ໋າງນິງ ສືບຕໍ່ຊີ້ນຳສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຈຸດອຸດຕັນ, ປະຕິຮູບລະບຽບການບໍລິຫານ, ຍູ້ແຮງການປະຕິບັດການຫັນເປັນດີຈີຕອນ, ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີເພື່ອພັດທະນາກະສິກຳ, ຊົນນະບົດ. ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ສະເໜີວ່າ:

“ຂ້າພະເຈົ້າປາດຖະໜາວ່າ ກວ໋າງນິງ ຈະສືບຕໍ່ພັດທະນາຫຼາຍກວ່າອີກ. ຢາກເຮັດໄດ້ຄືແນວນັ້ນ, ຂ້າພະເຈົ້າສະເໜີວ່າ ຕ້ອງສຳຫຼວດກວດຄືນທຸກໜ້າທີ່, ບັນດາເປົ້າໝາຍ, ໂຄງການ ແລະ ຕ້ອງສ້າງແຜນການໃຫ້ມີວິທະຍາສາດ, ຈັດແບ່ງໜ້າວຽກຢ່າງລະອຽດ”.

ທ່ານປະທານປະເທດສະເໜີໃຫ້ ທາງແຂວງ ຈັດການປະຕິບັດແຜນນະໂຍບາຍໃຫ້ເປັນຢ່າງດີ, ສັບຊ້ອນ, ປັບປຸງກົງຈັກໃຫ້ກະທັດລັດ, ເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.