ຂ່າວເດັ່ນ

ຕ້ອງ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ແມ່ນ​ເປົ້າ​ໝາຍ​ຊົມ​ໃຊ້​ຢ່າງ​ແທດ​ຈິງ

ຕ້ອງ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ແມ່ນ​ເປົ້າ​ໝາຍ​ຊົມ​ໃຊ້​ຢ່າງ​ແທດ​ຈິງ

(VOVWORLD) - ສາທາລະນະສຸກ ແລະ ການສຶກສາ ແມ່ນບັນດາເສົາຄ້ຳສຳຄັນຂອງສັງຄົມ. ນີ້ບໍ່ພຽງແຕ່ແມ່ນເປົ້າໝາຍເທົ່ານັ້ນ ຫາກຍັງແມ່ນກຳລັງໜູນພັດທະນາແຫຼ່ງຊັບພະຍາກອນມະນຸດ - ເຊິ່ງເປັນໜຶ່ງໃນສາມຈຸດສຸມບຸກທະລຸ.

ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: VOV)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 25 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ສະພາແຫ່ງຊາດໄດ້ສະຫງວນເວລາຫຼາຍເພື່ອປຶກສາຫາລືກ່ຽວກັບແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດຫັນເປັນທັນສະໄໝ, ຍົກສູງຄຸນນະພາບການສຶກສາ ແລະ ການບຳລຸງສ້າງໄລຍະ 2026 – 2035; ແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການເບິ່ງແຍງດູແລສຸຂະພາບ, ປະຊາກອນ ແລະ ການພັດທະນາໄລຍະ 2026 – 2035.

ເມື່ອກ່າວຄຳເຫັນທີ່ວາລະປຶກສາຫາລືຂອງກຸ່ມທີ 1, ຄະນະສະມາຊິກສະພານະຄອນ ຮ່າໂນ້ຍ, ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຢັ້ງຢືນວ່າ ສາທາລະນະສຸກ ແລະ ການສຶກສາ ແມ່ນບັນດາເສົາຄ້ຳສຳຄັນຂອງສັງຄົມ. ນີ້ບໍ່ພຽງແຕ່ແມ່ນເປົ້າໝາຍເທົ່ານັ້ນ ຫາກຍັງແມ່ນກຳລັງໜູນພັດທະນາແຫຼ່ງຊັບພະຍາກອນມະນຸດ - ເຊິ່ງເປັນໜຶ່ງໃນສາມຈຸດສຸມບຸກທະລຸ. ເປົ້າໝາຍເບິ່ງແຍງດູແລໃຫ້ແກ່ມະນຸດ, ມີແຫຼ່ງຊັບພະຍາກອນມະນຸດທີ່ດີ, ສຸຂະພາບແຂງແຮງ ແລະ ມີຄຸນນະທາດ, ມີຈິນຕະນາການ, ມີພຸມປັນຍາເພື່ອສ້າງສາ ແລະ ພັດທະນາປະເທດຊາດ. ດັ່ງນັ້ນ, ເປົ້າໝາຍແຫ່ງຊາດບໍ່ພຽງແຕ່ຂອງສະເພາະຂະແໜງສຶກສາ ແລະ ສາທາລະນະສຸກເທົ່ານັ້ນ, ຫາກຍັງເປັນຂອງທົ່ວສັງຄົມ, ທົ່ວປວງຊົນຕ້ອງມີສ່ວນຮ່ວມ. ຕ້ອງມີຄວາມເປັນເອກະພາບກ່ຽວກັບເປົ້າໝາຍ, ຫຼີກລ້ຽງການຊັບຊ້ອນ, ກະແຈກກະຈາຍແຫຼ່ງກຳລັງ, ຍ້ອນວ່າ ໃນທີ່ສຸດ ປະຊາຊົນຕ້ອງເປັນເປົ້າໝາຍຊົມໃຊ້ຢ່າງແທດຈິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.