ຂ່າວເດັ່ນ

ໜີ້​ສິນ​ທົ່ວ​ໂລກ​ຢູ່​ໃນ​ລະ​ດັບ​ສະ​ຖິ​ຕິ​ເກືອບ 338.000 ​ຕື້ USD

ໜີ້​ສິນ​ທົ່ວ​ໂລກ​ຢູ່​ໃນ​ລະ​ດັບ​ສະ​ຖິ​ຕິ​ເກືອບ 338.000 ​ຕື້ USD

(VOVWORLD) - IIF ຊີ້ແຈ້ງວ່າ ໜີ້ສິນທົ່ວໂລກມີທ່າອ່ຽງເພີ່ມຂຶ້ນ ຍ້ອນບັນດາເງື່ອນໄຂດ້ານການເງິນສາກົນໄດ້ຮັບການຜ່ອນຜັນ, ສະກຸນເງິນ USD ອ່ອນຄ່າ ແລະ ບັນດາທະນາຄານສູນກາງໃຫຍ່ ຫັນໄປສູ່ຫຼັກໝັ້ນນະໂຍບາຍຜ່ອນຜັນເງິນຕາ.

  ໃນບົດລາຍງານຫຼ້າສຸດທີ່ມີຊື່ວ່າ “Global Debt Monitor” (ການຕິດຕາມໜີ້ສິນທົ່ວໂລກ) ປະກາດໃນວັນທີ 25 ກັນຍາ, ສະຖາບັນການເງິນສາກົນ (IIF) ໃຫ້ຮູ້ວ່າ ໜີ້ສິນທົ່ວໂລກບັນລຸລະດັບສະຖິຕິ 337.700 ຕື້ USD ໄລ່ຮອດທ້າຍໄຕມາດທີ II/2025, ເພີ່ມຂຶ້ນກວ່າ 21.000 ຕື້ USD ໃນຮອບເວລາພຽງແຕ່ 6 ເດືອນຕົ້ນປີ 2025 ເທົ່ານັ້ນ.

        IIF ຊີ້ແຈ້ງວ່າ ໜີ້ສິນທົ່ວໂລກມີທ່າອ່ຽງເພີ່ມຂຶ້ນ ຍ້ອນບັນດາເງື່ອນໄຂດ້ານການເງິນສາກົນໄດ້ຮັບການຜ່ອນຜັນ, ສະກຸນເງິນ USD ອ່ອນຄ່າ ແລະ ບັນດາທະນາຄານສູນກາງໃຫຍ່ ຫັນໄປສູ່ຫຼັກໝັ້ນນະໂຍບາຍຜ່ອນຜັນເງິນຕາ. ມູນຄ່າໜີ້ສິນເພີ່ມຂຶ້ນຢ່າງແຮງທີ່ສຸດ ໂດຍໄດ້ຮັບຮູ້ຢູ່ ຈີນ, ຝລັ່ງ, ເຢຍລະມັນ, ອັງກິດ ແລະ ຍີ່ປຸ່ນ, ສ່ວນໜຶ່ງຍ້ອນສະກຸນເງິນ USD ຫຼຸດລົງເກືອບ 10% ເມື່ອທຽບໃສ່ສະກຸນເງິນຂອງບັນດາຄູ່ຮ່ວມມືການຄ້າ ນັບແຕ່ຕົ້ນປີ.

        ນອກຈາກນັ້ນ, IIF ກ່າວເຕືອນວ່າ, ໃນຊຸມເດືອນທ້າຍປີ 2025, ບັນດາຕະຫຼາດຫາກໍ່ພົ້ນເດັ່ນ ຈະຕ້ອງຊຳລະບ້ວງໜີ້ສິນລະດັບສະຖິຕິເກືອບ 3.200 ຕື້ USD ຈາກພັນທະບັດ ແລະ ບັນດາບ້ວງເງິນກູ້ທີ່ຮອດກຳນົດເວລາຊຳລະ.


This site is protected by reCAPTCHA and the Google Privacy Policy and Terms of Service apply.