ຂ່າວເດັ່ນ

ຕວກ​ກີ ສະ​ເໜີ​ຈັດ​ການ​ພົບ​ປະ​ຂັ້ນ​ສູງ​ສາມ​ຝ່າຍ ລັດ​ເຊຍ-ຢູ​ແກຼນ-ອາ​ເມ​ລິ​ກາ

ຕວກ​ກີ ສະ​ເໜີ​ຈັດ​ການ​ພົບ​ປະ​ຂັ້ນ​ສູງ​ສາມ​ຝ່າຍ ລັດ​ເຊຍ-ຢູ​ແກຼນ-ອາ​ເມ​ລິ​ກາ

(VOVWORLD) - ຕວກກີ ຫວັງວ່າ ອາດຈະສິ້ນສຸດຮອບເຈລະຈາໂດຍກົງຄັ້ງທີ 1 ແລະ ທີ 2 ລະຫວ່າງ ລັດເຊຍ-ຢູແກຼນ.

     ຕວກກີ ສະເໜີຈັດການພົບປະຂັ້ນສູງສາມຝ່າຍ ລັດເຊຍ-ຢູແກຼນ-ອາເມລິກາ ໃນສະພາບການທີ່ ຕວກກີ ພວມມານະພະຍາຍາມເປັນກາງໄກ່ເກ່ຍ ຊຸກຍູ້ບັນດາຝ່າຍ ບັນລຸໄດ້ຂໍ້ຕົກລົງຢຸດຍິງສະບັບໜຶ່ງ.

    ກ່າວຄຳເຫັນເມື່ອວັນທີ 30 ພຶດສະພາ ຢູ່ ອີແອບ ໃນການຢ້ຽມຢາມ ປູແກຼນ, ທ່ານ Hakan Fidan, ລັດຖະມົນຕີການຕ່າງປະເທດ ຕວກກີ ໃຫ້ຮູ້ວ່າ: ປະເທດນີ້ຫວັງວ່າ ອາດຈະສິ້ນສຸດຮອບເຈລະຈາໂດຍກົງຄັ້ງທີ 1 ແລະ ທີ 2 ລະຫວ່າງ ລັດເຊຍ-ຢູແກຼນ ດ້ວຍການພົບປະຂັ້ນສູງລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ດ້ວຍການເປັນກາງຂອງທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan.

This site is protected by reCAPTCHA and the Google Privacy Policy and Terms of Service apply.