ຂ່າວເດັ່ນ

ຫວຽດ​ນ​າມ ຕີ​ລາ​ຄາ​ສູງ​ຮູບ​ແບບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສອງ​ຝ່າຍ​ກັບ ໄທ

ຫວຽດ​ນ​າມ ຕີ​ລາ​ຄາ​ສູງ​ຮູບ​ແບບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສອງ​ຝ່າຍ​ກັບ ໄທ

(VOVWORLD) - ວັນທີ 01 ທັນວາ, ຢູ່ສະວິດ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໄດ້ເຂົ້າຮ່ວມວາລະສຳຫຼວດກວດຄືນນະໂຍບາຍການຄ້າຄັ້ງທີ 9 ຂອງ ໄທ. ເມື່ອກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໃຫ້ຮູ້ວ່າ ໃນບັນດາມາດຕະການປົກປ້ອງການຄ້ານັ້ນ, ໄທ ພວມນຳໃຊ້ມາດຕະການຕ້ານການຂາຍບຸບລາຄາສຳລັບບັນດາຜະລິດຕະພັນເຫຼັກກ້າ ແລະ ເລັ່ງໃສ່ບັນດາບໍລິສັດສົ່ງອອກຢູ່ພາກພື້ນ ອາຊີ.

ບັນຍາກາດຂອງວາລະປະຊຸມ (ພາບ: moit.gov.bn) 

 ຫວຽດນາມ ປາດຖະໜາວ່າ ໄທ ຈະຮັບປະກັນວິວັດການສືບສວນ ແລະ ນຳໃຊ້ບັນດາມາດຕະການຕ້ານການຂາຍບຸບລາຄາໄດ້ດຳເນີນຢ່າງພາວະວິໄສ, ໂປ່ງໃສ, ປະຕິບັດຕາມສັນຍາຕ້ານຂາຍບຸບລາຄາຂອງອົງການການຄ້າໂລກ (WTO) ຢ່າງຄົບຖ້ວນ ແລະ ພິຈາລະນາຍົກເລີກການຈັດວາງບັນດາມາດຕະການຕ້ານຂາຍບຸບລາຄາ, ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຈາກ ຫວຽດນາມ. ຫວຽດນາມ ປາດຖະໜາວ່າ ຈະສືບຕໍ່ມີການຮ່ວມມືກັບໄທຢ່າງແໜ້ນແຟ້ນກວ່າອີກ ເພື່ອນຳໃຊ້ບັນດາສັນຍາການຄ້າເສລີ (FTA) ແລະ ບັນດາຂອບເຂດການຮ່ວມມືທີ່ມີຢູ່ແລ້ວໃນປັດຈຸບັນ ໃຫ້ມີປະສິດທິຜົນທີສຸດ. 

ກ່ອນວາລະປະຊຸມ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໄດ້ສົ່ງຄຳຖາມກ່ຽວກັບບົດລາຍງານການສຳຫຼວດກວດຄືນນະໂຍບາຍການຄ້າທີ່ກ່ຽວຂ້ອງຂອງ ໄທ. ໄປຄຽງຄູ່ກັນນັ້ນ, ຄະນະຜູ້ຕາງໜ້າ ຫວຽດນາມ ກໍຕັ້ງໜ້າສົມທົບກັບຄະນະຜູ້ຕາງໜ້າບັນດາປະເທດ ອາຊຽນ ນຳສະເໜີບົດກ່າວຄຳເຫັນລວມ, ໃນນັ້ນ ຕີລາຄາສູງບົດບາດຂອງ ໄທ ໃນ ອາຊຽນ ກໍຄືຢູ່ WTO.

This site is protected by reCAPTCHA and the Google Privacy Policy and Terms of Service apply.