ຂ່າວເດັ່ນ

ຫວຽດ​ນາມ ອາ​ເມ​ລິ​ກາ ແລກ​ປ່ຽນ​ຂັ້ນ​ເຕັກ​ນິກ​ກ່ຽວ​ກັບ​ສັນ​ຍາຫຼີກ​ລ້ຽງ​ການ​ຈັດ​ວາງ​ພາ​ສີ​ຊ້ອນ

ຫວຽດ​ນາມ ອາ​ເມ​ລິ​ກາ ແລກ​ປ່ຽນ​ຂັ້ນ​ເຕັກ​ນິກ​ກ່ຽວ​ກັບ​ສັນ​ຍາຫຼີກ​ລ້ຽງ​ການ​ຈັດ​ວາງ​ພາ​ສີ​ຊ້ອນ

(VOVWORLD) - ການຮັບຮອງເອົາສັນຍາພາສີລະຫວ່າງ ຫວຽດນາມ ແລະ ອາເມລິກາ ຈະສ້າງຂອບເຂດນິຕິກຳເພື່ອແນໃສ່ສົ່ງເສີມ ແລະ ອາລັກຂາບັນດາວິສາຫະກິດສອງປະເທດເມື່ອດຳເນີນບັນດາການເຄື່ອນໄຫວດຳເນີນທຸລະກິດ ຫຼືລົງທຶນຢູ່ປະເທດຂອງກັນ.

ທ່ານນາງ Rebecca Burch ຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງການເງິນ ອາເມລິກາ 

ຕອນບ່າຍວັນທີ 13 ພຶດສະພາ, ຢູ່ນະຄອນຫຼວງ ວໍຊິງຕັນ, ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ ອາເມລິກາ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດການ ລົງທຶນຢູ່ອາເມລິກາ ໃນປີ 2025, ທ່ານດັ້ງງອກມິງ, ຮອງຫົວໜ້າກົມພາສີ (ກະຊວງການເງິນ) ຫວຽດນາມ ໄດ້ເຮັດວຽກກັບທ່ານນາງ Rebecca Burch ຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງການເງິນ ອາເມລິກາ ກ່ຽວກັບບາງເນື້ອໃນ, ໃນນັ້ນມີສັນຍາຫຼີກລ້ຽງການຈັດວາງພາສີຊ້ອນ

ພາຍຫຼັງໄດ້ຮັບການລົງນາມ, ຫວຽດນາມໄດ້ປະຕິບັດສຳເລັດທຸກລະບຽບການຮັບຮອງເອົາຜົນບັງຄັບໃຊ້ຂອງສັນຍາຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍສົນທິສັນຍາສາກົນເມື່ອປີ 2016. ເຖິງຢ່າງໃດກໍຕາມ, ນັບແຕ່ປີ 2017, ພາຍຫຼັງການປະຕິຮູບກ່ຽວກັບນະໂຍບາຍຢູ່ ອາເມລິກາ, ປະເທດນີ້ຍັງບໍ່ທັນດຳເນີນການຮັບຮອງເອົາ ດັ່ງນັ້ນ, ມາຮອດປັດຈຸບັນ ສັນຍານີ້ຍັງບໍ່ທັນມີຜົນບັງຄັບໃຊ້.

ການຮັບຮອງເອົາສັນຍາພາສີລະຫວ່າງ ຫວຽດນາມ ແລະ ອາເມລິກາ ຈະສ້າງຂອບເຂດນິຕິກຳເພື່ອແນໃສ່ສົ່ງເສີມ ແລະ ອາລັກຂາບັນດາວິສາຫະກິດສອງປະເທດເມື່ອດຳເນີນບັນດາການເຄື່ອນໄຫວດຳເນີນທຸລະກິດ ຫຼືລົງທຶນຢູ່ປະເທດຂອງກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.