ຂ່າວເດັ່ນ

ຫວຽດ​ນາມ-ອາ​ເມ​ລິ​ກາ ​ເຊັນ​ບົດ​ບັນ​ຖືກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ແກ້​ໄຊ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ

ຫວຽດ​ນາມ-ອາ​ເມ​ລິ​ກາ ​ເຊັນ​ບົດ​ບັນ​ຖືກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ແກ້​ໄຊ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ

(VOVWORLD) - ທ່ານພົນໂທ ຮ່ວາງຊັວນຈຽນ ເນັ້ນໜັກວ່າ, ພິທີເຊັນຄັ້ງນີ້ ແມ່ນເຫດການສຳຄັນທີ່ສຸດ ແລະ ມີຄວາມໝາຍ....

ທ່ານພົນໂທ ຮ່ວາງຊັວນຈຽນ  (ພາບ: qdnd.vn)

    ຕອນເຊົ້າວັນທີ 31 ຕຸລາ, ພິທີເຊັນບົດບັນຖືກຊ່ວຍຈຳລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ອາເມລິກາ ກ່ຽວກັບການເພີ່ມທະວີ ການຮ່ວມມືແກ້ໄຊຜົນຮ້າຍຢ້ອນຫຼັງຈາກສົງຄາມ ໄດ້ດຳເນີນໄປຢູ່ ຮ່າໂນ້ຍ.

   ທ່ານພົນໂທ ຮ່ວາງຊັວນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ແລະ ທ່ານ Marc Evans Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ເປັນປະທານຮ່ວມພິທີເຊັນ.

(ພາບ: qdnd.vn)

     ທ່ານພົນໂທ ຮ່ວາງຊັວນຈຽນ ເນັ້ນໜັກວ່າ, ພິທີເຊັນຄັ້ງນີ້ ແມ່ນເຫດການສຳຄັນທີ່ສຸດ ແລະ ມີຄວາມໝາຍ ໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ, ທ່ານສະແດງຄວາມເຊື່ອໝັ້ນວ່າ ບົດບັນທຶກຊ່ວຍຈຳ ຈະແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ແລະ ອາເມລິກາ ປະຕິບັດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມສຳເລັດໂດຍໄວ, ປະກອບສ່ວນເຂົ້າໃນການພັດທະນາຢ່າງແຮງ ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອດດ້ານ ຫວຽດນາມ-ອາເມບລິກາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.