ຂ່າວເດັ່ນ

ຫວຽດ​ນາມ ອາດ​ຈະ​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ພະ​ລັງ​ງານ

ຫວຽດ​ນາມ ອາດ​ຈະ​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ພະ​ລັງ​ງານ

(VOVWORLD) - ຫວຽດນາມ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງໃນຂະແໜງພະລັງງານທົດແທນ ເປັນຕົ້ນແມ່ນ ພະລັງງານແຮງລົມ, ພະລັງງານແສງອາທິດ ແລະ ໃນອະນາຄົດ ຫວຽດນາມ ອາດຈະກາຍເປັນປະເທດສົ່ງອອກພະລັງງານຢູ່ ອາຊີຕາເວັນອອກສ່ຽງໃຕ້, ອາຊີ ແລະ ໃນໂລກ.

ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຮັດວຽກກັບທ່ານ Simon Harford, CEO ຂອງ GEAPP (ພາບ: baotainguyenmoitruong.vn)

ວັນທີ 8 ພະຈິກ, ຢູ່ Sharm El – Sheikh, ອີຢິບ, ເມື່ອຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27), ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ: ການເຂົ້າຮ່ວມ COP27, ຫວຽດນາມ ສືບຕໍ່ພ້ອມກັບບັນດາປະເທດໃນໂລກ ປຶກສາຫາລືເພື່ອສ້າງສຳເລັດບັນດາກົນໄກນະໂຍບາຍເພື່ອລະດົມແຫຼ່ງກຳລັງປະກອບສ່ວນຈາກບັນດາປະເທດພັດທະນາ, ຈັດແບ່ງແຫຼ່ງກຳລັງຢ່າງຈະແຈ້ງ, ຍຸຕິທຳລະຫວ່າງບັນຫາທີ່ກ່ຽວຂ້ອງເຖິງໜ້າທີ່ຮັບມື ເຊິ່ງບັນດາປະເທດພວມພັດທະນາພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພ້ອມທັງປະຕິບັດເປົ້າໝາຍຫຼຸດຜ່ອນກາຍປ່ອຍອາຍພິດເຮືອນແກ້ວ. ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະມີຄວາມຮັບຜິດຊອບ ແລະ ນຳໜ້າໃນການຫັນປ່ຽນພະລັງງານ, ໄປພ້ອມກັບການປ່ຽນແປງສີຂຽວ ແລະ ຫັນເປັນດີຈີຕອນ.     

        “ນີ້ແມ່ນໂອກາດໃຫຍ່ຫຼວງທີ່ສຸດເພື່ອໃຫ້ ຫວຽດນາມ ພົບປະແລກປ່ຽນກັບຫຼາຍອົງການສາກົນແຖວໜ້າໃນໂລກ ເພື່ອຊອກຫາຂໍ້ລິເລີ່ມລະດົມແຫຼ່ງການເງິນ, ໜູນຊ່ວຍໃຫ້ແກ່ ຫວຽດນາມ. ໃນຂອບເຂດກອງປະຊຸມ COP27, ພວກເຮົາພວມສືບຕໍ່ແລກປ່ຽນກັບບັນດາຄູ່ຮ່ວມມືຈາກບັນດາປະເທດ G7 ແລະ G7 ເປີດກວ້າງ, ເພື່ອປຶກສາຫາລືກ່ຽວກັບບັນຫາຫັນປ່ຽນພະລັງງານຍຸຕິທຳ, ຊ່ວຍ ຫວຽດນາມ ຍາດແຍ່ງເອົາບັນດາກາລະໂອກາດ, ພິເສດແມ່ນກ່ຽວກັບດ້ານການເງິນບຸລິມະສິດ, ຖ່າຍທອດເຕັກໂນໂລຢີ, ລະດົມບັນດານັກລົງທຶນທີ່ມີກຳລັງຄວາມສາມາດໃນຂົງເຂດນີ້, ເພື່ອປະຕິບັດຄຳໝັ້ນສັນຍາ NetZero ໃຫ້ໄດ້.”

        ຫວຽດນາມ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງໃນຂະແໜງພະລັງງານທົດແທນ ເປັນຕົ້ນແມ່ນ ພະລັງງານແຮງລົມ, ພະລັງງານແສງອາທິດ ແລະ ໃນອະນາຄົດ ຫວຽດນາມ ອາດຈະກາຍເປັນປະເທດສົ່ງອອກພະລັງງານຢູ່ ອາຊີຕາເວັນອອກສ່ຽງໃຕ້, ອາຊີ ແລະ ໃນໂລກ.

ທ່ຽວເຢືອງ, ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.