ຂ່າວເດັ່ນ

ຫວຽດ​ນາມ ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ພິ​ທີ​ມອບ​ລາງວັນ​ທ່ອງ​ທ່ຽວ​ໂລກ

ຫວຽດ​ນາມ ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ພິ​ທີ​ມອບ​ລາງວັນ​ທ່ອງ​ທ່ຽວ​ໂລກ

(VOVWORLD) - ສວນສາທາລະນະທໍລະນີທົ່ວໂລກ UNESCO ພູພຽງຫີນ ດົ່ງວັນ, ແຂວງ ຕວຽນກວາງ ໄດ້ຮັບນາມມະຍົດ “ສະຖານທີ່ວັດທະນະທຳແຖວໜ້າ ອາຊີ ປີ 2025”.

ສວນສາທາລະນະທໍລະນີທົ່ວໂລກ UNESCO ພູພຽງຫີນ ດົ່ງວັນ, ແຂວງ ຕວຽນກວາງ 

ວັນທີ 13 ຕຸລາ, ພິທີມອບລາງວັນທ່ອງທ່ຽວໂລກ (World Travel Awards – WTA) ພາກພື້ນ ອາຊີ ແລະ ໂອເຊອາເນຍ  2025 ໄດ້ດຳເນີນຢູ່ເຂດປົກຄອງພິເສດ ຮົ່ງກົງ (ຈີນ). ໃນເຫດການ, ສວນສາທາລະນະທໍລະນີທົ່ວໂລກ UNESCO ພູພຽງຫີນ ດົ່ງວັນ, ແຂວງ ຕວຽນກວາງ ໄດ້ຮັບນາມມະຍົດ “ສະຖານທີ່ວັດທະນະທຳແຖວໜ້າ ອາຊີ ປີ 2025”, ໃນຂະນະນັ້ນ ປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ ຄວ້າໄດ້ລາງວັນ “ສະຖານທີ່ທ່ອງທ່ຽວທຳມະຊາດແຖວໜ້າ ຫວຽດນາມ ປີ 2025” ແລະ ປ່າສະຫງວນແຫ່ງຊາດແຖວໜ້າ ອາຊີ”.

        ໃນຂອບເຂດພິທີມອບລາງວັນ, ບໍລິສັດຫຸ້ນສ່ວນທ່ອງທ່ຽວ Vietravel ໄດ້ຮັບການເຊີດຊູໃນ 3 ລາຍການຂອງລາງວັນທ່ອງທ່ຽວໂລກ, ເຊິ່ງລວມມີ ບໍລິສັດຈັດລາຍການທ່ອງທ່ຽວຄົບວົງຈອນແຖວໜ້າ ອາຊີ, ບໍລິສັດທ່ອງທ່ຽວຄົບວົງຈອນແຖວໜ້າ ຫວຽດນາມ ແລະ ບໍລິສັດທ່ອງທ່ຽວທາງໄກແຖວໜ້າ ຫວຽດນາມ.


This site is protected by reCAPTCHA and the Google Privacy Policy and Terms of Service apply.