ຂ່າວເດັ່ນ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ເພື່ອ​ຮັບ​ປະ​ກັນ​ການ​ຮັບປະກັນຊີວິດ​ສັງ​ຄົມ, ນຳ​ມາ​ເຊິ່ງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ອີ່ມ​ໜຳ​ສຳ​ລານ, ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ເພື່ອ​ຮັບ​ປະ​ກັນ​ການ​ຮັບປະກັນຊີວິດ​ສັງ​ຄົມ, ນຳ​ມາ​ເຊິ່ງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ອີ່ມ​ໜຳ​ສຳ​ລານ, ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ

(VOVWORLD) - ນັບແຕ່ວັນທີ 04 – 06 ພະຈິກ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດໂລກ ກ່ຽວກັບການພັດທະນາສັງຄົມ ຄັ້ງທີ 2 ເຊິ່ງໄດ້ດຳເນີນຢູ່ນະຄອນຫຼວງ Doha ຂອງ ກາຕາ.

ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:ກະຊວງການຕ່າງປະເທດ)

ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ  ໄດ້ແບ່ງປັນຜົນສຳເລັດຂອງ ຫວຽດນາມ ເມື່ອຄວບໂຄງການດຳເນີນງານ Copenhagen 1995 ເຂົ້າກັບບັນດາຍຸດທະສາດພັດທະນາປະເທດໃນ 3 ທົດສະວັດຜ່ານມາ, ພົ້ນເດັ່ນແມ່ນ: ວິວັດການຫຼຸດຜ່ອນຄວາມທຸກຍາກ ແຕ່ 58,1% ລົງເຫຼືອພຽງ 1,3% ໃນປີ 2025; ຜູ້ຫວ່າງງານຈາກ 7% ລົງເຫຼືອ 2,2%; ລົບລ້າງການກຶກໜັງສືໃຫ້ແກ່ປະຊາຊົນເກືອບທັງໝົດ. ທ່ານນາງ ຫງວຽນມິງຮັ່ງ ຢັ້ງຢືນວ່າ ໃນສັງກາດພັດທະນາໃໝ່ຂອງປະເທດຊາດ, ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາການບຸລິມະສິດສູງສຸດເພື່ອຮັບປະກັນການຊ່ວຍເຫຼືອສັງຄົມ, ສຸມທຸກແຫຼ່ງກຳລັງເພື່ອຮັບປະກັນບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ ຈະນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ.

ຈາກປະສົບການຕົວຈິງຂອງ ຫວຽດນາມ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະເໜີ 3 ມາດຕະການຫຼັກແຫຼ່ງແກ່ນສານເພື່ອປະຕິບັດໂຄງການດຳເນີນງານ Copehagen  ແລະ ຖະແຫຼງການການເມືອງ Doha ຢ່າງມີປະສິດທິຜົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.