ຂ່າວເດັ່ນ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ວິ​ວັດ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ສອງ​ລັດ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ວິ​ວັດ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ສອງ​ລັດ

(VOVWORLD) - ກອງປະຊຸມສາກົນຂັ້ນສູງ “ແກ້ໄຂບັນຫາ ປາແລັດສະຕິນ ໂດຍສັນຕິວິທີ ແລະ ປະຕິບັດມາດຕະການສອງລັດ” ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 28 ກໍລະກົດ ຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ພາຍໃຕ້ການເປັນປະທານຂອງລັດຖະມົນຕີການຕ່າງປະເທດ ຝລັ່ງ ແລະ ອາຣັບບິ ຊະອຸດິ.

ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນໃນກອງປະຊຸມສາກົນຂັ້ນສູງ “ແກ້ໄຂບັນຫາ ປາແລັດສະຕິນ ໂດຍສັນຕິວິທີ ແລະ ປະຕິບັດມາດຕະການສອງລັດ” (ພາບ: VOV)

ໃນວາລະປຶກສາຫາລືຄົບຄະນະໃນຕອນບ່າຍວັນທີ 28 ກໍລະກົດ, ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ກ່າວຄຳເຫັນຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນມາດຕະການສອງລັດ ແລະ ຖານະສະມາຊິກອັນຄົບຖ້ວນຢູ່ ສປຊ ສຳລັບ ປາແລັດສະຕິນ; ສະແດງຄວາມສາມັກຄີຢ່າງເລິກເຊິ່ງ ແລະ ຈິດໜຶ່ງໃຈດຽວສຳລັບການຕໍ່ສູ້ອັນຊອບທຳຂອງປະຊາຊົນ ປາແລັດສະຕິນ. ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍກັບຄືສູ່ການເຈລະຈາ, ປະຕິບັດກົດບັດ ສປຊ, ກົດໝາຍສາກົນ, ບັນດາມາດຕະການຊົ່ວຄາວຂອງສານຍຸຕິທຳສາກົນ (ICJ) ແລະ ມະຕິທີ່ກ່ຽວຂ້ອງຂອງ ສປຊ.

        ກ່ອນໜ້ານັ້ນ, ວັນທີ 23 ກໍລະກົດ, ໃນວາລະປຶກສາຫາລືເປີດຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ຕາເວັນອອກກາງ ແລະ ປາແລັດສະຕິນ, ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ ກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບການປະທະກັນທີ່ແກ່ຍາວ ພ້ອມກັບໄພອຶດຫິວທີ່ນັບມື້ນັບຮ້າຍແຮງຢູ່ເຂດ ກາຊາ, ຮຽກຮ້ອງບັນດາຝ່າຍຢຸດຍິງ, ປ່ອຍຕົວປະກັນ ແລະ ຄັດຄ້ານບັນດາການກະທຳຕາມລຳພັງຝ່າຍດຽວ ທີ່ກີດຂວາງຄວາມມານະພະຍາຍາມຂອງ ສປຊ ແລະ ບັນດາອົງການມະນຸດສະທຳຊ່ວຍເຫຼືອສາມັນຊົນທີ່ຖືກຜົນກະທົບ.

ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.