ຂ່າວເດັ່ນ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍຫຼາຍ​ກ່​ວາ​ອີກ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍຫຼາຍ​ກ່​ວາ​ອີກ

(VOVWORLD) - ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ ຜູ້ຕາງໜ້າ ຫວຽດນາມ ໃນຖານະເປັນສະມາຊິກຂອງ ສະພາບໍລິຫານງານ UN Women ໄດ້ຍົກອອກຂໍ້ສະເໜີຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງບັນດາບຸລິມະສິດກ່ຽວກັບການຮັດແຄບໄລຍະຫ່າງດ້ານດີຈີຕອນ, ເພີ່ມທະວີບົດບາດນຳພາຂອງແມ່ຍິງໃນພື້ນຖານເສດຖະກິດດີຈີຕອນ ແລະ ການຄຸ້ມຄອງປັນຍາປະດິດ

ກອງປະຊຸມປະຈຳປີຂອງ ສະພາບໍລິຫານງານ ອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ ແກ່ແມ່ຍິງ (UN Women) (ພາບ: VOV)

ໃນລະຫວ່າງວັນທີ 17 – 19 ມິຖຸນາ, ທີ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ໄດ້ດຳເນີນກອງປະຊຸມປະຈຳປີຂອງ ສະພາບໍລິຫານງານ ອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ ແກ່ແມ່ຍິງ (UN Women)  ເພື່ອພິຈາລະນາ, ປຶກສາຫາລືບົດລາຍງານປະຈຳປີ, ການປະຕິບັດແຜນການຍຸດທະສາດໄລຍະ 2022 - 2025 ແລະ ຮ່າງແຜນການຍຸດທະສາດໄລຍະ 2026 – 2029 ຂອງ UN Women. ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ ຜູ້ຕາງໜ້າ ຫວຽດນາມ ໃນຖານະເປັນສະມາຊິກຂອງ ສະພາບໍລິຫານງານ UN Women ໄດ້ຍົກອອກຂໍ້ສະເໜີຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງບັນດາບຸລິມະສິດກ່ຽວກັບການຮັດແຄບໄລຍະຫ່າງດ້ານດີຈີຕອນ, ເພີ່ມທະວີບົດບາດນຳພາຂອງແມ່ຍິງໃນພື້ນຖານເສດຖະກິດດີຈີຕອນ ແລະ ການຄຸ້ມຄອງປັນຍາປະດິດ, ລະດົມແຫຼ່ງການເງິນແບບຍືນຍົງໃຫ້ ບັນດາໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ, ເໝາະສົມກັບການໃຫ້ບຸລິມະສິດ ແລະ ເງື່ອນໄຂຂອງແຕ່ລະປະເທດ, ຊຸກຍູ້ການນຳພາ ແລະ ການເຂົ້າຮ່ວມຢ່າງແທ້ຈິງຂອງແມ່ຍິງໃນທຸກຂົງເຂດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.