ຂ່າວເດັ່ນ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ປະ​ກອບ​ສ່ວນ ແລະ ນຳ ອາ​ຊຽນ ພັ​ດ​ທະ​ນາ​ຢ່າງວ່ອງ​ໄວ, ຍືນ​ຍົງ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ປະ​ກອບ​ສ່ວນ ແລະ ນຳ ອາ​ຊຽນ ພັ​ດ​ທະ​ນາ​ຢ່າງວ່ອງ​ໄວ, ຍືນ​ຍົງ

(VOVWORLD) - ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈສຳລັບບັນດາປະເທດໃນໂລກ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ເພື່ອຈຸດປະສົງສັນຕິພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສົ່ງສານເຖິງບັນດາການນຳ ອາຊຽນ ແລະ ປະຊາຊົນ ອາຊຽນ. (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 - 8/8/2025) ແລະ 30 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມ ອາຊຽນ, ຕອນຄ່ຳວັນທີ 8 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງສານເຖິງບັນດາການນຳ ອາຊຽນ ແລະ ປະຊາຊົນ ອາຊຽນ.

        ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈສຳລັບບັນດາປະເທດໃນໂລກ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ເພື່ອຈຸດປະສົງສັນຕິພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ຫວຽດນາມ ໃຫ້ຄຳໝັ້ນສນັຍາສືບຕໍ່ປະກອບສ່ວນ ແລະ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສ້າງ ອາຊຽນ ສາມັກຄີ, ມີຄວາມເຫັນດີເຫັນພ້ອມ, ເປັນເອກະພາບໃນຫຼາຍຮູບຫຼາຍສີ ແລະ ນຳ ອາຊຽນ ພັດທະນາຢ່າງວ່ອງໄວ, ຍືນຍົງ ອີງໃສ່ວິທະຍາສາດ, ເຕັກໂນລຢີ ແລະ ນະວັດຕະກຳ.

       ລ້າຍຮວາ


This site is protected by reCAPTCHA and the Google Privacy Policy and Terms of Service apply.