ຂ່າວເດັ່ນ

ຫວຽດ​ນາມ ຈະ​ເນັ້ນ​ໜັກ​ສານ​ກ່ຽວ​ກັບ​ສັນ​ຕິ​ພາບ​ຢູ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

ຫວຽດ​ນາມ ຈະ​ເນັ້ນ​ໜັກ​ສານ​ກ່ຽວ​ກັບ​ສັນ​ຕິ​ພາບ​ຢູ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

(VOVWORLD) - ສັບປະດາສຸດຍອດກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 ໄດ້ດຳເນີນໃນຈຸດເວລາທີ່ມີຄວາມໝາຍພິເສດ. ປີ 2025 ໄດ້ສ້າງຂີດໝາຍ 80 ປີແຫ່ງວັນສ້າງຕັ້ງ ສປຊ (1945 – 2025).

  ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ ໃຫ້ການສຳພາດ (ພາບ: TTXVN)

ເນື່ອງໃນໂອກາດທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືລວມສຸດຍອດ ສະມັດຊາໃຫຍ່ ສປຊ ຊຸດທີ 80, ສົມທົບກັບການເຄື່ອນໄຫວສອງຝ່າຍ ຢູ່ ອາເມລິກາ ແຕ່ວັນທີ 21 ກັນຍາ - 24 ກັນຍາ, ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ຫວຽດນາມ ປະຈຳ ອາເມລິກາ ກ່ຽວກັບຄວາມໝາຍຂອງການເຄື່ອນໄຫວຄັ້ງນີ້.

        ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ ໃຫ້ຮູ້ວ່າ ສັບປະດາສຸດຍອດກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 ໄດ້ດຳເນີນໃນຈຸດເວລາທີ່ມີຄວາມໝາຍພິເສດ. ປີ 2025 ໄດ້ສ້າງຂີດໝາຍ 80 ປີແຫ່ງວັນສ້າງຕັ້ງ ສປຊ (1945 – 2025). ເລື່ອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມສັບປະດາສຸດຍອດ ສະມັດຊາໃຫຍ່ ສປຊ ຊຸດທີ 80 ມີຄວາມໝາຍທີ່ສຸດ, ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບລັດທິຫຼາຍຝ່າຍ ແລະ ບັນດາຄຸນຄ່າແກ່ນສານຂອງ ສປຊ. ໃນກອງປະຊຸມສະມັດຊາໃຫຍ່ ສປຊ, ຄາດວ່າ ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຈະເນັ້ນໜັກເຖິງສານຈຸດສຸມກ່ຽວກັບການ “ເຊີດຊູຄຸນຄ່າຂອງສັນຕິພາບ, ການຫັນປ່ຽນຢ່າງແຮງເພື່ອສ້າງອະນາຄົດແບບຍືນຍົງ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.