ຂ່າວເດັ່ນ

ຫວຽດ​ນາມ​ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ກອງ​ປະ​ຊຸມ​ຮອງ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຮອງ​ຜູ້​ວ່າ​ການ​ທະ​ນາ​ການ​ສູນ​ກາງ APEC 2026

ຫວຽດ​ນາມ​ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ກອງ​ປະ​ຊຸມ​ຮອງ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຮອງ​ຜູ້​ວ່າ​ການ​ທະ​ນາ​ການ​ສູນ​ກາງ APEC 2026

(VOVWORLD) - ໃນລະຫວ່າງວັນທີ 04 – 05 ກຸມພາ, ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ຈັດຂຶ້ນຢູ່ ຊຽງໄຮ້, ປະເທດ ຈີນ, ປະເທດເຈົ້າພາບຈັດປີ APEC 2026.

ຫົວໜ້າຄະນະຜູ້ແທນບັນດາປະເທດຖ່າຍຮູບເປັນທີ່ລະນຶກ (ພາບ: VGP)

 ໃນປີ APEC 2026, ດ້ວຍຫົວຂໍ້ “ສ້າງປະຊາຄົມ ອາຊີ - ປາຊີຟິກວັດຖະນາຖາວອນລວມ”, ຈີນ ກຳນົດ 4 ຈຸດສຸມບຸລິມະສິດປຶກສາຫາລືໃນຂະບວນວິວັດລັດຖະມົນຕີການເງິນ APEC ປີ 2026 ລວມມີ: ນະໂຍບາຍປີການເງິນໜູນຊ່ວຍຄອບຄົວ; ການເງິນສຳລັບພື້ນຖານໂຄງລ່າງດີຈີຕອນ; ໂອກາດ ແລະ ການເຂົ້າເຖິງການເງິນສຳລັບທຸກຄົນ; ການສົນທະນາກັບນັກການເງິນໜຸ່ມທີ່ມີຄວາມເກັ່ງກ້າສາມາດ. ເມື່ອກ່າວຄຳເຫັນໃນກອງປະຊຸມ ແລະ ບັນດາວາລະປຶກສາຫາລືໃນຂອບເຂດຫົວຂໍ້ບຸລິມະສິດນັ້ນ, ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ຍົກໃຫ້ເຫັນຢ່າງພົ້ນເດັ່ນກ່ຽວກັບບັນດາຜົນງານເສດຖະກິດມະຫາພາກຂອງ ຫວຽດນາມ ໃນປີ 2025, ອັບເດດບັນດາເປົ້າໝາຍໃນປີ 2026 ແລະ ໄລຍະ 2026 – 2030. ທ່ານຮອງລັດຖະມົນຕີກໍແບ່ງປັນບົດຮຽນປະສົບການຂອງ ຫວຽດນາມ ໃນການສ້າງບັນດານະໂຍບາຍປີການເງິນໜູນຊ່ວຍຄອບຄົວ, ສະແດງໃຫ້ເຫັນຈິນຕະນາການສະເໝີຕົ້ນສະເໝີປາຍ ແລະ ວິໄສທັດຍຸດທະສາດຂອງ ຫວຽດນາມ ທີ່ຖືການລົງທຶນ, ພັດທະນາມະນຸດເປັນພື້ນຖານ, ຍົກສູງລາຍຮັບຄອບຄົວຂຶ້ນເທື່ອລະກ້າວ ແລະ ສ້າງກຳລັງໜູນເຕີບໂຕໃໝ່, ຜ່ານນັ້ນ ກໍ່ຊຸກຍູ້ການເຕີບໂຕເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະຍາວ.


This site is protected by reCAPTCHA and the Google Privacy Policy and Terms of Service apply.