ຂ່າວເດັ່ນ

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຕົກ​ລົງ​ເປັນ​ເອ​ກະ​ພາບ​ເລີ່ມ​ດຳ​ເນີນ​ການ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ການ​ຄ້າ​ກ່ຽວ​ກັບ​ພາ​ສີ

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຕົກ​ລົງ​ເປັນ​ເອ​ກະ​ພາບ​ເລີ່ມ​ດຳ​ເນີນ​ການ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ການ​ຄ້າ​ກ່ຽວ​ກັບ​ພາ​ສີ

(VOVWORLD) - ວັນທີ 9 ເມສາ, ຢູ່ນະຄອນຫຼວງ ວໍຊິງຕັນ ຂອງ ອາເມລິກາ, , ໃນຂອບເຂດການຢ້ຽມຢາມ ອາເມລິກາ ດ້ວຍຖານະເປັນທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ ເພື່ອແລກປ່ຽນກ່ຽວກັບບັນດາບັນຫາດ້ານເສດຖະກິດ - ການຄ້າສອງຝ່າຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟິກ ໄດ້ພົບປະກັບຜູ້ຕາງໜ້າດ້ານການຄ້າ ອາເມລິກາ ທ່ານ Jamieson Greer.

 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟິກ ພົບປະກັບຜູ້ຕາງໜ້າດ້ານການຄ້າ ອາເມລິກາ ທ່ານ Jamieson Greer. (ພາບ:VGP)

ໃນການພົບປະ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ອາເມລິກາ ເລິກເຊິ່ງກວ່າອີກ. ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງເຖິງ ອາເມລິກາ ເພື່ອຫັນບັນດາເນື້ອໃນທີ່ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ແລະ ທ່ານປະທານາທິບໍດີ ອາເມລິກາ  Donald Trump  ໄດ້ແລກປ່ຽນໃນວັນທີ 4 ເມສາ 2025 ຜ່ານມາ ເປັນລະອຽດ.  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ກໍສະເໜີວ່າ ເຖິງວ່າ ອາເມລິກາ ໄດ້ຕົກລົງເລື່ອນການຈັດວາງອັດຕາພາສີຕື່ມອີກ 90 ວັນ ກໍຕາມ, ແຕ່ສອງຝ່າຍຕ້ອງດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າສອງຝ່າຍ ເພື່ອແນໃສ່ສ້າງຂອບເຂດຍາວນານ ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າເປັນປົກກະຕິ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

        ສ່ວນທ່ານ Jamieson Greer ຜູ້ຕາງໜ້າດ້ານການທູດ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ຖືການພົວພັນສອງຝ່າຍກັບ ຫວຽດນາມ ເປັນສຳຄັນພິເສດ ແລະ ມີຄວາມປາດຖະໜາຢາກສົມທົບຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນຫາຂາດດຸນການຄ້າ, ມຸ່ງໄປເຖິງການພົວພັນທີ່ນັບມື້ນັບເລິກເຊິ່ງໃນບັນດາຂົງເຂດ.  ອາເມລິກາ ຕົກລົງເຫັນດີຕໍ່ເລື່ອງ ສອງຝ່າຍເລີ່ມດຳເນີນການເຈລະຈາຂໍ້ຕົກລົງການຄ້າກ່ຽວກັບພາສີອາກອນ, ໃນນັ້ນ ລວມມີບັນດາຂໍ້ຕົກລົງກ່ຽວກັບພາສີ ແລະ ສະເໜີໃຫ້ເຕັກນິກວິຊາການທຸກຂັ້ນຂອງສອງຝ່າຍດຳເນີນການປຶກສາຫາລືໃນທັນທີ.

ຟ້າມຮວັນ, ນັກຂ່າວ  VOV ປະຈຳ ອາເມລິກາ


This site is protected by reCAPTCHA and the Google Privacy Policy and Terms of Service apply.