ຂ່າວເດັ່ນ

ຫວຽດ​ນາມ ແລະ Costa Rica ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ສອງ​ຝ່າຍ

ຫວຽດ​ນາມ ແລະ Costa Rica ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ສອງ​ຝ່າຍ

(VOVWORLD) - ການນຳສອງທ່ານໄດ້ເຫັນດີເປັນເອກະພາບຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍສົມທົບກັນຊອກຫາເສັ້ນກ້າວເດີນໃໝ່, ບັນດາມາດຕະການເພື່ອຊຸກຍູ້ການຮ່ວມມືທາງການຄ້າ, ການລົງທຶນສອງຝ່າຍບົນພື້ນຖານຄວາມສາມາດບົ່ມຊ້ອນ ແລະ ຄວາມຕ້ອງການຂອງກັນ.

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ແລະ ທ່ານປະທານາທິບໍດີ Costa Rica  Rodrigo Chaves (ພາບ: VOV)

ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສການເງິນ ແລະ ເສດຖະກິດສີຂຽວ ໃນກອບກອງປະຊຸມຂັ້ນສູງຄັ້ງທີ 3 ຂອງ ສປຊ ກ່ຽວກັບ ມະຫາສະໝຸດ ((UNOC 3)ຢູ່ ຝລັ່ງ, ໃນວັນທີ 8 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານາທິບໍດີ Costa Rica  Rodrigo Chaves.

ທີ່ການພົບປະ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ Costa Rica  ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມຢູ່ພາກພື້ນ ອາເມລິກາກາງ ແລະ Caribe.ທ່ານນາຍົກລັດຖະມົນຕີ ສະເໜີສອງປະເທດ ເປີດກວ້າງການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການຄ້າສອງຝ່າຍ, ພົບປະແລກປ່ຽນວັດທະນະທຳ ແລະ ເຊື່ອມຕໍ່ປະຊາຊົນ. ສ່ວນທ່ານປະທານາທິບໍດີ Rodrigo Chaves ມີຄວາມສົນໃຈພິເສດຕໍ່ຂົງເຂດການທ່ອງທ່ຽວຂອງ ຫວຽດນາມ, ທ່ານສະແດງຄວາມປະທັບໃຈເມື່ອຮູ້ວ່າ ປີ 2024 ຫວຽດນາມຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 20 ລ້ານເທື່ອຄົນ.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍສົມທົບກັນຊອກຫາເສັ້ນກ້າວເດີນໃໝ່, ບັນດາມາດຕະການເພື່ອຊຸກຍູ້ການຮ່ວມມືທາງການຄ້າ, ການລົງທຶນສອງຝ່າຍບົນພື້ນຖານຄວາມສາມາດບົ່ມຊ້ອນ ແລະ ຄວາມຕ້ອງການຂອງກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.