ຂ່າວເດັ່ນ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

(VOVWORLD) - ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

ພິທີລົງນາມລະຫວ່າງສອງປະເທດ (ພາບ: TTXVN )

ຕອນບ່າຍວັນທີ 3 ກໍລະກົດ, ຢູ່ນະຄອນຫຼວງ ແບັກລິນ, ເຢຍລະມັນ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮ່ວາງລອງ ແລະ ທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ພະລັງງານ ສະຫະພັນເຢຍລະມັນ Stefan Rouenhoff ໄດ້ເຊັນຖະແຫຼງການຮ່ວມສ້າງຕັ້ງຄູ່ຮ່ວມມືພະລັງງານ ຫວຽດນາມ - ເຢຍລະມັນ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດ ຫວຽດນາມ.

ຕາມນັ້ນແລ້ວ, ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ ແລະ ໜູນຊ່ວຍການລົບລ້າງທາດກາກບອນສຳລັບບັນດາຂະແໜງຍາກທີ່ຈະຫຼຸດຜ່ອນການປ່ອຍອາຍພິດ. ທ່ານຮອງລັດຖະມົນຕີ ຫງວຽນຮ່ວາງລອງ ໃຫຮູ້ວ່າ:

ການລົງນາມຂໍ້ຕົກລົງຮ່ວມມືສ້າງການພົວພັນຄູ່ຮ່ວມມືພະລັງງານ ກັບ ເຢຍລະມັນໄດ້ຍົກລະດັບການພົວພັນສອງຝ່າຍໃນຂົງເຂດພະລັງງານ ແລະ ອຸດສາຫະກຳ. ຜ່ານນັ້ນ ເປີດຂອບເຂດການຮ່ວມມືໃໝ່, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ, ພິເສດແມ່ນວິສາຫະກິດ ເຢຍລະມັນ ເຂົ້າມາລົງທຶນ, ດຳເນີນທຸລະກິດ ແລະ ຮ່ວມມືກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ຖ່າຍທອດເຕັກໂນໂລຢີ ກັບບັນດາວິສາຫະກິດ ຫວຽດນາມ ໃນຂົງເຂດພະລັງງານ ພິເສດແມ່ນພະລັງງານທົດແທນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.