ຂ່າວເດັ່ນ

ຫວຽດ​ນາມ ແລະ ລາວ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ບົນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ

ຫວຽດ​ນາມ ແລະ ລາວ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ບົນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ

(VOVWORLD) - ການນຳສອງທ່ານໄດ້ສະແດງຄວາມດີໃຈເມື່ອເຫັນໄດ້ວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ ນັບມື້ນັບໄດ້ຮັບການປັບປຸງ, ຮັກສາຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ແທດຈິງ.

ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ລາວ (ພາບ: VOV)

ຕອນບ່າຍວັນທີ 18 ກັນຍາ, ຢູ່ນະຄອນຫຼວງ Kuala Lumpur, ມາເລເຊຍ ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 46, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ລາວ.

ການນຳສອງທ່ານໄດ້ສະແດງຄວາມດີໃຈເມື່ອເຫັນໄດ້ວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ ນັບມື້ນັບໄດ້ຮັບການປັບປຸງ, ຮັກສາຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ແທດຈິງ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ຈຸດສຸມໃນການຮ່ວມມືຈຳນວນໜຶ່ງໃນໄລຍະຈະມາເຖິງ, ໃນນັ້ນ ສືບຕໍ່ນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ຮ່ວມມືໃນບັນດາບັນຫາຍຸດທະສາດ, ເພີ່ມທະວີການເຊື່ອມຕໍ່ເສດຖະກິດ, ການຮ່ວມມືໃນບັນດາຂົງເຂດກການຄ້າ, ພະລັງງານ, logistics.

ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຂໍ້ມູນ, ແບ່ງປັນບົດຮຽນປະສົບການ ກ່ຽວກັບບັນດາບັນຫາໃໝ່ໃນວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງ, ປັບປຸງກົງຈັກໃຫ້ກະທັດລັດ, ໃນນັ້ນ ມີກົງຈັກຂອງສະພາແຫ່ງຊາດ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ, ເປັນຕົ້ນແມ່ນໃນຂອບເຂດສະຫະປະຊາຊາດ ແລະ ອາຊຽນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.