ຂ່າວເດັ່ນ

ຫວຽດ​ນາມ ​ແມ່ນ​ແບບ​ຢ່າງ​ໃນ​ການ​ຕໍ່​ສູ້​ເພື່ອ​ເອ​ກະ​ລາດ, ເສ​ລີ​ພາບ ແລະ ການ​ພັດ​ທະ​ນາ

ຫວຽດ​ນາມ ​ແມ່ນ​ແບບ​ຢ່າງ​ໃນ​ການ​ຕໍ່​ສູ້​ເພື່ອ​ເອ​ກະ​ລາດ, ເສ​ລີ​ພາບ ແລະ ການ​ພັດ​ທະ​ນາ

(VOVWORLD) - ພາຍໃຕ້ການຊີ້ນຳຂອງພັກກອມມູນິດ ຫວຽດນາມ, ການຕໍ່ສູ້ຍາດເອົາເອກະລາດຊົນຊາດຂອງປະຊາຊົນ ຫວຽດນາມ ຍາດໄດ້ໄຊຊະນະຫຼາຍຢ່າງ, ການປະຕິວັດເດືອນສິງຫາ 1945 ໄດ້ມ້າງທຳລາຍແອກປົກຄອງຂອງລັດທິຫົວເມືອງຂຶ້ນ.

ທ່ານ Sous Yara ປະທານກຳມາທິການພົວພັນຕ່າງປະເທດ - ຮ່ວມມືສາກົນ ແລະ ຖະແຫຼງຂ່າວ ສະພາແຫ່ງຊາດ ກຳປູເຈຍ ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ (2/9/1945-2/9/2025), ທ່ານ Sous Yara ປະທານກຳມາທິການພົວພັນຕ່າງປະເທດ - ຮ່ວມມືສາກົນ ແລະ ຖະແຫຼງຂ່າວ ສະພາແຫ່ງຊາດ ກຳປູເຈຍ ໄດ້ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ໃນນັ້ນຢັ້ງຢືນບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ພາຍໃຕ້ການຊີ້ນຳນຳພາຂອງປະທານ ໂຮ່ຈີມິນ ໄດ້ກຳນົດທິດ ແລະ ນຳ ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດອັນຍິ່ງໃຫຍ່ຄືໃນປັດຈຸບັນ.

ເມື່ອຕີລາຄາກ່ຽວກັບບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ໃນໄລຍະ 80 ປີຜ່ານມາ, ທ່ານ Sous Yara ໃຫ້ຮູ້ວ່າ: ພາຍໃຕ້ການຊີ້ນຳຂອງພັກກອມມູນິດ ຫວຽດນາມ, ການຕໍ່ສູ້ຍາດເອົາເອກະລາດຊົນຊາດຂອງປະຊາຊົນ ຫວຽດນາມ ຍາດໄດ້ໄຊຊະນະຫຼາຍຢ່າງ, ການປະຕິວັດເດືອນສິງຫາ 1945 ໄດ້ມ້າງທຳລາຍແອກປົກຄອງຂອງລັດທິຫົວເມືອງຂຶ້ນ, ຢຸດຕິການຄົງຕົວຂອງລະບອບສັກດີນາ, ລົບລ້າງຊົນຊັ້ນຂ້າທາດ, ຍາດໄດ້ພື້ນຖານເອກະລາດຊົນຊາດ, ດ້ວຍໄຊຊະນະຂອງບັ້ນຮົບຊາຍແດນປີ 1950.ບັ້ນຮົບ ດຽນບຽນຝູປີ 1954 ໄດ້ກ້າວໄປເຖິງການເຊັນສັນຍາ ເຊີແນວ ແລະ ມະຫາໄຊ ລະດູບານໃໝ່ 1975. ນີ້ແມ່ນສິ່ງພິສູດໃຫ້ເຫັນບົດບາດຮອບດ້ານຂອງພັກກອມມູນິດ ທີ່ນຳ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.