ຂ່າວເດັ່ນ

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ມີກ​ານ​ເຕີບ​ໂຕ​ ໄວ​ທີ່​ສຸດ​ຢູ່ ອາ​ຊຽນ

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ມີກ​ານ​ເຕີບ​ໂຕ​ ໄວ​ທີ່​ສຸດ​ຢູ່ ອາ​ຊຽນ

(VOVWORLD) - ເວັບໄຊ Investing.com ໄດ້ຄັດສະເໜີຂໍ້ມູນ ຂອງ S&P Global ໂດຍໃຫ້ຮູ້ວ່າ ຂະແໜງການຜະລິດຂອງ ຫວຽດນາມ ເປີດສາກປີ 2026 ດ້ວຍທ່າເຕີບໂຕແຮງເມື່ອປະລິມານ ແລະ ໃບສັ່ງຊື້ສິນຄ້າໃໝ່ລ້ວນແຕ່ເພີ່ມຂຶ້ນ.

ມີຫຼາຍອົງການຈັດຕັ້ງ ແລະ ສື່ມວນຊົນສາກົນໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີການເຕີບໂຕ ໄວທີ່ສຸດຢູ່ ອາຊຽນ ເມື່ອຍົກອອກບັນດາການຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງດ້ານເສດຖະກິດຂອງ ຫວຽດນາມ ໃນເດືອນກຸມພາຜ່ານມາ. ເວັບໄຊ Investing.com ໄດ້ຄັດສະເໜີຂໍ້ມູນ ຂອງ S&P Global ໂດຍໃຫ້ຮູ້ວ່າ ຂະແໜງການຜະລິດຂອງ ຫວຽດນາມ ເປີດສາກປີ 2026 ດ້ວຍທ່າເຕີບໂຕແຮງເມື່ອປະລິມານ ແລະ ໃບສັ່ງຊື້ສິນຄ້າໃໝ່ລ້ວນແຕ່ເພີ່ມຂຶ້ນ.

ໃນຂະນະນັ້ນ, ຫ້ອງວ່າການຄົ້ນຄ້ວາເສດຖະກິດມະຫາພາກ ອາຊຽນ + 3 (AMRO) ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະສືບຕໍ່ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນພາກພື້ນຍ້ອນມີທ່າໄດ້ປຽບໃນລະບົບຕ່ອງໂສ້ການສະໜອງທົ່ວໂລກ, ຄວາມສາມາດດຶງດູດ FDI ແລະ ການພັດທະນາ ຂອງການສົ່ງອອກເຕັກໂນໂລຢີສູງ.

ເວັບໄຊ Seeking Alpha ຖືວ່າ ຫວຽດນາມ ໄດ້ພົ້ນເດັ່ນຂຶ້ນແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີການເຕີບໂຕໄວທີ່ສຸດໃນອາຊຽນ ດ້ວຍກຳລັງໜູນຫຼັກຈາກການຜະລິດ ແລະ ສົ່ງອອກ. ການຫັນປ່ຽນໄປສູ່ບັນດາຂະແໜງເອເລັກໂຕນິກ ແລະ ເຄື່ອງຈັກ ໄດ້ປັບປຸງບົດບາດ ຂອງ ຫວຽດນາມ ໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ.

ສ່ວນຕາມອົງການຈັດຕັ້ງ Growth Lab ສັງກັດ ມະຫາວິທະຍາໄລ Harvard Kennedy (ອາເມລິກາ) ແລ້ວ, ຫວຽດນາມ ອາດສາມາດກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດແຖວໜ້າໂລກ ກ່ຽວກັບການເຕີບໂຕ GDP ສະເລ່ຍຕໍ່ຫົວຄົນໃນທົດສະວັດຈະມາເຖິງ ດ້ວຍຄວາມສາມາດຜະລິດນັບມື້ນັບມີຫຼາຍຮູບຫຼາຍແບບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.