ຂ່າວເດັ່ນ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ ມາ​ເລ​ເຊຍ ໃນ​ພາກ​ພື້ນ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ ມາ​ເລ​ເຊຍ ໃນ​ພາກ​ພື້ນ

(VOVWORLD) - ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຈັດຕັ້ງກອງປະຊຸມຄັ້ງທີ 8 ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ, ເຕັກນິກ ຫວຽດນາມ - ມາເລເຊຍ ໃນປີ 2025; ຮັບຮອງເອົາໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2025 – 2028...

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ: VGP)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ  ມາເລເຊຍ ໃນພາກພື້ນ ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໃນການເຮັດວຽກກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຕອນເຊົ້າວັນທີ 26 ກຸມພາ ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ມາເລເຊຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2 ຢູ່ ຮ່າໂນ້ຍ.

        ທີ່ການເຮັດວຽກ, ນາຍົກລັດຖະມົນຕີສອງທ່ານສະແດງຄວາມປະຕິຊົມຊື່ນຕໍ່ການພັດທະນາຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ. ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຈັດຕັ້ງກອງປະຊຸມຄັ້ງທີ 8 ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ, ເຕັກນິກ ຫວຽດນາມ - ມາເລເຊຍ ໃນປີ 2025; ຮັບຮອງເອົາໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2025 – 2028; ມຸ່ງໄປເຖິງການລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດ Halal; ເປີດກວ້າງການຮ່ວມມືໃນບັນດາຂົງເຂດຄື ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ຫັນປ່ຽນພະລັງງານຍຸຕິທຳ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ…

        ເມື່ອແລກປ່ຽນກ່ຽວກັບການຮ່ວມມືຫຼາຍຝ່າຍ ແລະ ພາກພື້ນ, ສອງຝ່າຍເຫັນດີສົມທົບກັບບັນດາປະເທດ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອສ້າງ ອາຊຽນ ສາມັກຄີ, ເປັນເອກະພາບ, ເພີ່ມທະວີການຮ່ວມມືພາຍໃນກຸ່ມ, ເສີມຂະຫຍາຍບົດບາດເປັນໃຈກາງໃນການແກ້ໄຂບັນດາບັນຫາຍຸດທະສາດຢູ່ພາກພື້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.