ຂ່າວເດັ່ນ

“ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່ຂາດ​ບໍ່ໄດ້​ເພື່ອ​ຮັບ​ປະ​ກັນ​ບົດ​ບາດ​ເປັນ​ປ​ະ​ທານ ອາ​ຊຽນ ຂອງ ມາ​ເລ​ເຊຍ ຢ່າງ​ສຳ​ເລັດ​ຜົນ

“ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່ຂາດ​ບໍ່ໄດ້​ເພື່ອ​ຮັບ​ປະ​ກັນ​ບົດ​ບາດ​ເປັນ​ປ​ະ​ທານ ອາ​ຊຽນ ຂອງ ມາ​ເລ​ເຊຍ ຢ່າງ​ສຳ​ເລັດ​ຜົນ

(VOVWORLD) - ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ເດີນທາງໄປຢ້ຽມຢາມ ມາເລເຊຍ ຄັ້ງນີ້ ຈະບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງບັນດາການນຳ.

ທ່ານເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ Dato' Tan Yang Thai  ຕອບສຳພາດຕໍ່ນັກຂ່າວ VOV

    “ຫວຽດນາມ ແມ່ນຄູ່ຮ່ວມມືທີ່ບໍ່ອາດຂາດໄດ້ເພື່ອຮັບປະກັນບົດບາດເປັນປະທານ ອາຊຽນ 2025 ຂອງ ມາເລເຊຍ ຢ່າງສຳເລັດຜົນ”. ນີ້ແມ່ນການຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ Dato' Tan Yang Thai  ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບແງ່ຫວັງການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແຕ່ວັນທີ 24 – 28 ພຶດສະພາ.

        ຕາມທ່ານເອກອັກຄະລັດຖະທູດ, ການຢ້ຽມຢາມ ໄດ້ດຳເນີນໃນສະພາບການຮ່ວມມືຂອງພາກພື້ນນັບມື້ນັບມີຄວາມຈຳເປັນ, ໂດຍສະເພາະແມ່ນເມື່ອ ມາເລເຊຍ ແລະ ຫວຽດນາມ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ:

        “ໃນສະພາບການນັ້ນ, ພວກຂ້າພະເຈົ້າຫວັງວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ເດີນທາງໄປຢ້ຽມຢາມ ມາເລເຊຍ ຄັ້ງນີ້ ຈະບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງບັນດາການນຳ. ນີ້ແມ່ນໂອກາດຕີລາຄາການຜັນຂະຫຍາຍບັນດາຂໍ້ລິເລີ່ມໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ, ລວມທັງການຊຸກຍູ້ການຮ່ວມມືດ້ານການຄ້າ - ການລົງທຶນ, ພັດທະນາຂະແໜງອຸດສາຫະກຳ Halal, ນ້ຳມັນອາຍແກັດ; ຄົ້ນຫາບັນດາຂົງເຂດໃໝ່ຄື ເສດຖະກິດສີຂຽວ, ພະລັງງານສະອາດ…; ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ.”

This site is protected by reCAPTCHA and the Google Privacy Policy and Terms of Service apply.