ຂ່າວເດັ່ນ

ຫວຽດ​ນາມ ແນະ​ນຳ​ກັບ​ບັນ​ດາ​ປະ​ເທດ ອາບ​ຟ​ຼິກ​ກາ ກ່ຽວ​ກັບ​ພິ​ທີ​ເປີດ​ການ​ເຊັນສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແນະ​ນຳ​ກັບ​ບັນ​ດາ​ປະ​ເທດ ອາບ​ຟ​ຼິກ​ກາ ກ່ຽວ​ກັບ​ພິ​ທີ​ເປີດ​ການ​ເຊັນສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ

(VOVWORLD) - ກອງປະຊຸມກະກຽມແມ່ນເວທີປາໄສສຳຄັນເພື່ອໃຫ້ບັນດາປະເທດໃນພາກພື້ນປຶກສາຫາລື ແລະ ປະກອບຄຳເຫັນໃຫ້ກອງປະຊຸມສຸດຍອດໃນໄລຍະຈະມາເຖິງ.

ຄະນະຜູ້ຕາງໜ້າ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ແຕ່ວັນທີ 8 - 10 ເມສາ, ຢູ່ນະຄອນຫຼວງ Addis Ababa ຂອງປະເທດ Ethiopia, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Algeria ເຈິ່ນກວັກແຄງ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມກະກຽມຂອງເຂດ ອາບຟຼິກກາ ໃຫ້ສຳລັບກອງປະຊຸມສຸດຍອດຂອງ ສປຊ ກ່ຽວກັບອາດຊະຍາກຳ.

ກອງປະຊຸມກະກຽມແມ່ນເວທີປາໄສສຳຄັນເພື່ອໃຫ້ບັນດາປະເທດໃນພາກພື້ນປຶກສາຫາລື ແລະ ປະກອບຄຳເຫັນໃຫ້ກອງປະຊຸມສຸດຍອດໃນໄລຍະຈະມາເຖິງ. ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງ ກອງປະຊຸມແມ່ນການໂອ້ລົມສົນທະນາ “ເສັ້ນທາງມຸ່ງໄປເຖິງ ຮ່າໂນ້ຍ: ພິທີເຊັນສົນທິສັນຍາ ຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ” ເພື່ອແນໃສ່ແນະນຳສົນທິສັນຍາ ແລະ ພິທີເຊັນສົນທິສັນຍາ ຄາດວ່າຈະດຳເນີນຢູ່ຮ່າໂນ້ຍ ໃນເດືອນຕຸລາປີນີ້.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ບັນດາປະເທດເຂົ້າຮ່ວມໄດ້ຕີລາຄາສູງວຽກງານກະກຽມຂອງ ຫວຽດນາມ. ຜູ້ຕາງໜ້າບັນດາປະເທດ ກ່າວຄຳເຫັນຂອບໃຈຄວາມມານະພະຍາຍາມຂອງ ຫວຽດນາມ ແລະ ຮຽກຮ້ອງບັນດາປະເທດ ອາບຟຼິກກາ ມາຮ່າໂນ້ຍເພື່ອເຂົ້າຮ່ວມພິທີເປີດການເຊັນໃນເດືອນຕຸລາ, ພ້ອມທັງເນັ້ນໜັກເຖິງ ຜົນກະທົບຂອງເລື່ອງສົນທິສັນຍາມີຜົນສັກສິດໂດຍໄວໃນການຄຸ້ມຄອງອາດຊະຍາກຳທາງອິນເຕີເນັດ, ຜ່ານນັ້ນກໍ່ຮຽກຮ້ອງບັນດາປະເທດເຊັນ ແລະ ໃຫ້ສັດຕະຍາບັນສົນທິສັນຍາໂດຍໄວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.