ຂ່າວເດັ່ນ

ຫວຽດ​ນາມ ເຄົາ​ລົບ​ນັບ​ຖື​ບົດ​ບາດ​ຂອງ ສັນ​ຕະ​ປະ​ປາ Francis

ຫວຽດ​ນາມ ເຄົາ​ລົບ​ນັບ​ຖື​ບົດ​ບາດ​ຂອງ ສັນ​ຕະ​ປະ​ປາ Francis

(VOVWORLD) - ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢູ່ການຖະແຫຼງຂ່າວນັດສາມັນທີ່ໄດ້ຈັດຂຶ້ນເມື່ອຕອນບ່າຍວັນທີ 24 ເມສາ ຢູ່ຮ່າໂນ້ຍ.

ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ຕາມທ່ານນາງຟ້າມທູຮັ່ງ ແລ້ວ, ພາຍຫຼັງໄດ້ຮັບຂ່າວ ສັນຕະປະປາເຖິງແກ່ມໍລະນະກຳ, ທ່ານປະທານປະເທດ ເລືອງເກືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງສຳນັກ ວາຕີກັງ.

ຫວຽດນາມ ເຄົາລົບນັບຖືບົດບາດຂອງສັນຕະປະປາ Francis ໃນການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ວາຕີກັງ ກໍ່ຄືໃນບັນດາຄຳຊີ້ນຳ, ແນະນຳສົ່ງເສີມຜູ້ມີຍົດສັກຕຳແໜ່ງ, ພໍ່ແມ່ປະຊາຊົນຊາວກາໂຕລິກ ຫວຽດນາມ ໄດ້ຮ່ວມເດີນທາງກັບຊົນຊາດ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.