ຂ່າວເດັ່ນ

ຫວຽດ​ນາມ ເຄົາ​ລົບນັບ​ຖື​ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ຂອງກອງ​ທຶນ​ຊ່ວຍ​ເຫຼືອ​ສຸກ​ເສີນ ຂຶ້ນ​ກັບ ສ​ປ​ຊ

ຫວຽດ​ນາມ ເຄົາ​ລົບນັບ​ຖື​ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ຂອງກອງ​ທຶນ​ຊ່ວຍ​ເຫຼືອ​ສຸກ​ເສີນ ຂຶ້ນ​ກັບ ສ​ປ​ຊ

(VOVWORLD) - ວັນທີ 10 ທັນວາ, ຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (OCHA), ໄດ້ຈັດເຫດການຂັ້ນສູງກ່ຽວກັບຄຳໝັ້ນສັນຍາປະກອບສ່ວນໃຫ້ແກ່ກອງທຶນຊ່ວຍເຫຼືອສຸກເສີນສູນກາງ (CARF) ຢູ່ສຳນັກງານ ສປຊ ທີ່ ນິວຢອກ.

ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ,  ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

 ເຫດການດັ່ງກ່າວມີການເຂົ້າຮ່ວມຂອງທ່ານ Antonio Guterres  ເລຂາທິການໃຫຍ່ ສປຊ ພ້ອມກັບຜູ້ຕາງໜ້າບັນດາປະເທດສະມາຊິກ ແລະ ບັນດາຄູ່ຮ່ວມມືມະນຸດສະທຳສາກົນ.

ເມື່ອກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນວ່່າ ໃນ 2 ປີຢ່າງລຽນຕິດ, ຕໍ່ໜ້າຜົນກະທົບຂອງບັນດາຮູບແບບໄພພິບັດທຳມະຊາດຢ່າງຮ້າຍແຮງນັ້ນ, ຫວຽດນາມ ໄດ້ຮັບບັນດາບ້ວງເງິນຊ່ວຍເຫຼືອສຸກເສີນຈາກ CERF, ໃນນັ້ນມີ 2,6 ລ້ານ USD ຫາກໍ່ໄດ້ປະກາດ, ອັນໄດ້ຊ່ວຍໃຫ້ຜັນຂະຫຍາຍບັນດາການເຄື່ອນໄຫວກູ້ໄພກູ້ຊີບທີ່ຈຳເປັນໃຫ້ແກ່ປະຊາຊົນຢູ່ເຂດຖືກຜົນກະທົບຢ່າງທັນການ. ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມເຄົາລົບນັບຖື ແລະ ຕີລາຄາສູງ CERF, ບັນດາອົງການ ສປຊ ແລະ ອົງການຈັດຕັ້ງຕ່າງປະເທດທີ່ໃຫ້ການຊ່ວຍເຫຼືອ ຫວຽດນາມ ຢ່າງທັນການ, ມີປະສິດທິຜົນ. ທ່ານກໍຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບ CERF ບົນຈິດໃຈສາມັກຄີ ແລະ ແບ່ງປັນຄວາມຮັບຜິດຊອບລວມ.



This site is protected by reCAPTCHA and the Google Privacy Policy and Terms of Service apply.