ຂ່າວເດັ່ນ

ຫວຽດ​ນາມ ເຂົ້າ​ຮ່ວ​ມ​ເວ​ທີ​ປາ​ໄສ ການ​ເມືອງ ອາ​ຊີ - ເອີ​ຣົບ ຄັ້ງ​ທີ 6 ຢູ່ ຮຸງ​ກາ​ຣີ

ຫວຽດ​ນາມ ເຂົ້າ​ຮ່ວ​ມ​ເວ​ທີ​ປາ​ໄສ ການ​ເມືອງ ອາ​ຊີ - ເອີ​ຣົບ ຄັ້ງ​ທີ 6 ຢູ່ ຮຸງ​ກາ​ຣີ

(VOVWORLD) - ນັບແຕ່ວັນທີ 27 – 29 ພະຈິກ, ຢູ່ນະຄອນ Budapest, ຮຸງກາຣີ ໄດ້ດຳເນີນກອງປະຊຸມຄັ້ງທີ 6 ເວທີປາໄສການເມືອງ ອີຊີ - ເອີຣົບ (AEPF) ດ້ວຍຫົວຂໍ້ “ສັນຕິພາບ ແລະ ປະຊາທິປະໄຕຢູ່ທະວີບ ອາຊີ - ເອີຣົບ”.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີ ບຸ່ຍເລຖາຍ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VOV5)

ໃນກອງປະຊຸມ, ບັນດາພັກໄດ້ຖືວ່າ ສະພາບການໂລກພວມມີການຜັນແປຢ່າງສັບສົນ, ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ສະພາບການເມືອງຢູ່ຫຼາຍປະເທດ ແລະ ບັນຫາຮ່ວມມືສາກົນ. ເອີຣົບ ພວມປະສົບກັບສິ່ງທ້າທາຍຫຼາຍຢ່າງ ຍ້ອນບັນດາການແຜນແປທາງດ້ານພູມີສາດການເມືອງ ພວມເກີດຂຶ້ນຢູ່ພາກພື້ນ. ບັນດາຜູ້ແທນຕີລາຄາສູງເວທີປາໄສດ້ວຍບົດບາດເປັນຂົວຕໍ່ຊຸກຍູ້ການຮ່ວມມື ອາຊີ - ເອີຣົບ, ຮັບຮູ້ຄວາມມານະພະຍາຍາມຂອງ ຄະນະປະຈຳກອງປະຊຸມສາກົນບັນດາພັກການເມືອງ ອາຊີ ແລະ ບັນດາພັກສະມາຊິກ ລັດຖະສະພາ ເອີຣົບ ສືບຕໍ່ເພີ່ມທະວີການຮ່ວມມື, ແບ່ງປັນ, ປະກອບສ່ວນສືບຕໍ່ຍົກສູງບັນດາຫຼັກການພື້ນຖານຂອງກົດບັດ ສປຊ, ຈິດໃຈເຄົາລົບເຊິ່ງກັນ ແລະ ກັນ, ເຄົາລົບກົດໝາຍສາກົນ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໃນໄລຍະເຂົ້າຮ່ວມກອງປະຊຸມ, ຫວຽດນາມ ໄດ້ດຳເນີນການພົບປະສອງຝ່າຍກັບຫຼາຍຄູ່ຮ່ວມມືສາກົນ ເພື່ອແນໃສ່ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ. ທ່ານປະທານກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ຮຸງກາຣີ ສະແດງຄວາມປາດຖະໜາຢາກຮ່ວມມືລະຫວ່າງສອງພັກກຳອຳນາດ, ສອງລັດຖະບານ ສືບຕໍ່ພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າອີກໃນໄລຍະຈະມາເຖິງ.

VOV ເຊັກໂກ

This site is protected by reCAPTCHA and the Google Privacy Policy and Terms of Service apply.