ຂ່າວເດັ່ນ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

(VOVWORLD) - ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

ລາຍການສະແດງສິລະປະ (ພາບ: TTXVN)

ເມື່ອກ່າວຄຳເຫັນໄຂເຫດການ, ທ່ານ  Dato’ Muzafar Shah Mustafa  ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ອິນເດຍ ເນັ້ນໜັກວ່າ, ເທດສະການ ອາຊຽນ ບໍ່ພຽງແຕ່ແມ່ນກິດຈະກຳແລກປ່ຽນວັດທະນະທຳ - ອາຫານການກິນເທົ່ານັ້ນ, ຫາກຍັງແມ່ນສັນຍາລັກທີ່ມີຊີວິດຊີວາຂອງນ້ຳໃຈເປັນເອກະພາບ, ສາມັກຄີ ແລະ ຮ່ວມມື -  ບັນດາຄຸນຄ່າແກ່ນສານສ້າງສີສັນຂອງປະຊາຄົມ ອາຊຽນ ອີກດ້ວຍ.

ໃນເທດສະການນີ້, ບັນດາປະເທດ ໄດ້ແນະນຳອາຫານພື້ນເມືອງ, ຜະລິດຕະພັນຫັດຖະກຳ ແລະ ສະແດງບັນດາລາຍການສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ. ຮ້ານວາງສະແດງຂອງ ຫວຽດນາມ ກໍດຶງດູດແຂກມາຢ້ຽມຊົມເປັນຈຳນວນຫຼາຍ ດ້ວຍບັນດາເຍື່ອງອາຫານທີ່ມີຊື່ສຽງຄື, ເຝີ, ແນມຖອດ, ກາເຟ, ນຳມາເຊິ່ງລົດຊາດເຂັ້ມຂຸ້ນຂອງອາຫານ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.