ຂ່າວເດັ່ນ

ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ​ທູ​ຕາ​ນຸ​​ທູດ​ຢູ່ ໄທ

ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ​ທູ​ຕາ​ນຸ​​ທູດ​ຢູ່ ໄທ

(VOVWORLD) - ພິທີໄຂງານຕະຫຼາດນັດປີນີ້, ດ້ວຍຫົວຂໍ້ “ອະພິນິຫານຂອງການໃຫ້” ດ້ວຍການເຂົ້າຮ່ວມອຸປະຖຳຂອງອົງການຕາງໜ້າຄະນະທູຕານຸທູດບັນດາປະເທດປະຈຳໄທ, ໃນນັ້ນມີສະຖານທູດ ຫວຽດນາມ ປະຈຳ ໄທ.

ງານຕະຫຼາດນັດ ທູຕານຸທູດຄັ້ງທີ 58 ຢູ່ນະຄອນຫຼວງ ບາງກອກ  (ພາບ: VOV)

ໃນລະຫວ່າງວັນທີ 27 ກຸມພາ - 2 ມີນາ, ສະຖານທູດ ຫວຽດນາມ ປະຈຳ ໄທ ພ້ອມກັບສະພາກາແດງໄທ ສົມທົບກັບຄະນະທູຕານຸທູດສາກົນ ຈັດງານຕະຫຼາດນັດ ທູຕານຸທູດຄັ້ງທີ 58 ຢູ່ນະຄອນຫຼວງ ບາງກອກ ເພື່ອສ້າງກອງທຶນມູນນິທີໜູນຊ່ວຍປະຊາຄົມຜູ້ດ້ວຍໂອກາດ ຖືກຜົນສະທ້ອນຈາກໄພທຳມະຊາດຢູ່ໄທ.

ພິທີໄຂງານຕະຫຼາດນັດປີນີ້, ດ້ວຍຫົວຂໍ້ “ອະພິນິຫານຂອງການໃຫ້” ດ້ວຍການເຂົ້າຮ່ວມອຸປະຖຳຂອງອົງການຕາງໜ້າຄະນະທູຕານຸທູດບັນດາປະເທດປະຈຳໄທ, ໃນນັ້ນມີສະຖານທູດ ຫວຽດນາມ ປະຈຳ ໄທ, ງານຕະຫຼາດນັດບໍ່ພຽງແຕ່ຊ່ວຍເພີ່ມທະວີການເຊື່ອມຕໍ່ ແລະ ພົບປະແລກປ່ຽນວັດທະນະທຳນາໆຊາດເທົ່ານັ້ນ ຫາກຍັງກໍ່ຊ່ວຍສ້າງກອງທຶນມູນນິທິເພື່ອປິ່ນປົວໃຫ້ຄົນເຈັບ, ຍົກສູງສະຫວັດດີການໃຫ້ແກ່ຜູ້ດ້ວຍໂອກາດຢູ່ປະເທດໄທ.

ມີຮ້ານວາງສະແດງປະມານ 60 ຮ້ານທີ່ມາຈາກ 50 ປະເທດໄດ້ເຂົ້າຮ່ວມງານຕະຫຼາດນັດ ຢູ່ສູນການຄ້າ Siam Paragon ຢູ່ນະຄອນຫຼວງ ບາງກອນເຊິ່ງດຶງດູດແຂກທ່ອງທ່ຽວຢ່າງໜ້ອຍສຸດ 60.000 ຄົນເຂົ້າຮ່ວມ, ຊື້ເຄື່ອງໃນ 4 ວັນດຳເນີນເຫດການ. ຈຳນວນເງິນທີ່ເກັບມາໄດ້ຈາກການຂາຍປິ້ເຂົ້າຮ່ວມງານຕະຫຼາດນັດຈະໄດ້ນຳໃຊ້ເຂົ້າໃນຫຼາຍເປົ້າໝາຍທຳການກຸສົນໃນທົ່ວປະເທດໄທ.

This site is protected by reCAPTCHA and the Google Privacy Policy and Terms of Service apply.