ຂ່າວເດັ່ນ

ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ເພື່ອການ​ກູ້​ສົນ​ສາ​ກົນ 2025 ຢູ່​ສ.ເຊັກ​ໂກ

ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ເພື່ອການ​ກູ້​ສົນ​ສາ​ກົນ 2025 ຢູ່​ສ.ເຊັກ​ໂກ

(VOVWORLD) - ງານຕະຫຼາດນັດທຳການກູ້ສົນ ສາກົນ ແມ່ນການເຄື່ອນໄຫວປະຈຳປີໄດ້ຈັດຂຶ້ນພາຍໃຕ້ການອຸປະຖຳຂອງສະມາຄົມພັນລະຍາ, ສາມີການຕ່າງປະເທດບັນດາປະເທດປະຈຳ ສ.ເຊັກໂກ.

ຮ້ານວາງສະແດງ ແລະ ຂາຍສິນຄ້າ ຂອງ ຫວຽດນາມ (ພາບ: VOV)

ວັນທີ 16 ພະຈິກ, ຢູ່ນະຄອນຫຼວງ ປຣາຮາ (ສ.ເຊັກໂກ), ຫວຽດນາມ ພ້ອມກັບ 46 ປະເທດ ເຂົ້າຮ່ວມການແນະນຳອາຫານການກິນ ແລະ ບັນດາຜະລິດຕະພັນທີ່ເປັນມູນເຊື້ອຢູ່ ງານຕະຫຼາດນັດເພື່ອການກູ້ສົນ ສາກົນ 2025 ເພື່ອສ້າງກອງທຶນ ໃຫ້ແກ່ບັນດາການເຄື່ອນໄຫວທຳການກູ້ສົນຢູ່ ສ.ເຊັກໂກ. ງານຕະຫຼາດນັດທຳການກູ້ສົນ ສາກົນ ແມ່ນການເຄື່ອນໄຫວປະຈຳປີໄດ້ຈັດຂຶ້ນພາຍໃຕ້ການອຸປະຖຳຂອງສະມາຄົມພັນລະຍາ, ສາມີການຕ່າງປະເທດບັນດາປະເທດປະຈຳ ສ.ເຊັກໂກ. ນີ້ແມ່ນໂອກາດເພື່ອໃຫ້ແຂກເຂົ້າຊົມຮ່ວມແຮງຮ່ວມໃຈໜູນຊ່ວຍບັນດາອົງການທຳການກູ້ສົນ ຂອງສ.ເຊັກໂກ ດ້ວຍການຊື້ບັນດາເຍື່ອງອາຫານ, ຜະລິດຕະພັນຈາກບັນດາຮ້ານວາງສະແດງຂອງບັນດາອົງການທູຕານຸທູດ. ໄປຄຽງຄູ່ກັບການໂຄສະນາຜະລິດຕະພັນ, ເຂົ້າຮ່ວມເຫດການ ຫວຽດນາມ ຢາກສົ່ງສານກ່ຽວກັບຈິດໃຈສາມັກຄີ, ແບ່ງປັນ, ຮັກແພງເຊິ່ງກັນແລະກັນ ກັບບັນດາຜູ້ຄົນປະສົບກັບຄວາມຫຍຸ້ງຍາກ ບໍ່ພຽງແຕ່ຢູ້ເຊັກໂກເທົ່ານັ້ນ ຫາກຍັງຢູ່ບໍ່ວ່າບ່ອນໃດໃນໂລກອີກດ້ວຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.