ຂ່າວເດັ່ນ

ຫວຽດ​ນາມ ເລື່ອນ​ຂຶ້ນ​ຕິດ​ກຸ່ມ​ແຖວ​ໜ້າ​ອະ​ສັງ​ຫາ​ລິ​ມະ​ຊັບ​ຫຼູຫຼາ​ທົ່ວ​ໂລກ

ຫວຽດ​ນາມ ເລື່ອນ​ຂຶ້ນ​ຕິດ​ກຸ່ມ​ແຖວ​ໜ້າ​ອະ​ສັງ​ຫາ​ລິ​ມະ​ຊັບ​ຫຼູຫຼາ​ທົ່ວ​ໂລກ

(VOVWORLD) - ວັນທີ 17 ມີນາ, ວາລະສານເສດຖະກິດ - ການເງິນ Le Revenu (ຝລັ່ງ) ໃຫ້ຮູ້ວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນ ເປັນໜຶ່ງໃນບັນດາຕະຫຼາດພັດທະນາຢ່າງຂະຫຍັນຂັນເຄື່ອນທີ່ສຸດໃນໂລກ ໃນຂົງເຂດອະສັງຫາລິມະຊັບຫຼູຫຼາ.

ບົດຂຽນໄດ້ເອົາລົງໃນວາລະສານເສດຖະກິດ - ການເງິນ Le Revenu (ຝລັ່ງ) ໃນວັນທີ 17/3
(ພາບ: TTXVN)

ວາລະສານດັ່ງກ່າວໄດ້ຄັດສະເໜີບົດລາຍງານ “Branded Residences 2025–2026”  ຂອງກຸ່ມບໍລິສັດທີ່ປຶກສາອະສັງຫາລະມະຊັບ Savills, ວາລະສານດັ່ງກ່າວໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ມີຫຼາຍກວ່າ 50 ໂຄງການອະຊັງຫາລິມະຊັບຫຼູຫຼາ ຕິດພັນກັບ 34 ເຄື່ອງໝາຍການຄ້າສາກົນ, ຜ່ານນັ້ນ ກໍ່ເລື່ອນຂຶ້ນລະດັບທີ 4 ທົ່ວໂລກກ່ຽວກັບຈຳນວນໂຄງການ, ພຽງແຕ່ຖັດຈາກ ອາເມລິກາ, ອາຣັບບິ ຊະອຸດິ ແລະ ເມັກຊີໂກ.

        ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ພວມກວມເອົາທ່າແຮງຢ່າງຈະແຈ້ງ. ຕົວເລກໂດຍບໍລິສັດທີ່ປຶກສາໂຮງແຮມ C9 Hotelworks  ໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ກວມເອົາເຖິງ 41% ຈຳນວນໂຄງການອະສັງຫາລິມະຊັບຫຼູຫຼາທີ່ພວມໄດ້ຮັບການກໍ່ສ້າງຢູ່ ອາຊີ, ເຊິ່ງເປັນອັດຕາສູງສຸດໃນພາກພື້ນ.



This site is protected by reCAPTCHA and the Google Privacy Policy and Terms of Service apply.