ຂ່າວເດັ່ນ

ຫວຽດ​ນາມ ເພີ່ມ​ທະ​ວີ​ວຽກ​ງານ​ຕິດ​ຕາມກວດ​ກາ​ການ​ປ້ອງ​ກັນ, ຕ້ານ​ໄວ​ຣັດ Nipah

ຫວຽດ​ນາມ ເພີ່ມ​ທະ​ວີ​ວຽກ​ງານ​ຕິດ​ຕາມກວດ​ກາ​ການ​ປ້ອງ​ກັນ, ຕ້ານ​ໄວ​ຣັດ Nipah

(VOVWORLD) - ຮອດວັນທີ 26 ມັງກອນ, ຫວຽດນາມ ຍັງບໍ່ທັນມີກໍລະນີໃດຕິດພະຍາດໂດຍໄວຣັດ Nipah ກໍ່ຂຶ້ນ.

(ພາບປະກອບ: TTXVN)

ຕອນເຊົ້າວັນທີ 27 ມັງກອນ, ກົມປ້ອງກັນພະຍາດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຮອດວັນທີ 26 ມັງກອນ, ຫວຽດນາມ ຍັງບໍ່ທັນມີກໍລະນີໃດຕິດພະຍາດໂດຍໄວຣັດ Nipah ກໍ່ຂຶ້ນ. ກະຊວງສາທາລະນະສຸກ ໄດ້ຊີ້ນຳບັນດາທ້ອງຖິ່ນເພີ່ມທະວີວຽກງານຕິດຕາມກວດກາ, ປ້ອງກັນຕ້ານໂລກລະບາດນັບແຕ່ດ່ານຊາຍແດນ, ຮາກຖານສາທາລະນະສຸກ ແລະ ຊຸມຊົນ, ກຽມພ້ອມບັນດາມາດຕະການຮັບມື, ປ້ອງກັນ, ຕ້ານໂລກລະບາດ. ຫວຽດນາມ ສືບຕໍ່ຕິດຕາມສະພາບການໂລກລະບາດຢ່າງແໜ້ນແຟ້ນ, ສົມທົບກັບອົງການອະນາໄມໂລກ (WHO), ບັນດາປະເທດໃນໂລກເພື່ອມີການຊີ້ນຳຈັດຕັ້ງຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໃຫ້ທັນການ, ເໝາະສົມ ແລະ ມີປະສິດທິຜົນ.

ໄວຣັດ Nipah ໄດ້ກວດພົບຄັ້ງທຳອິດໃນປີ 1999 ຢູ່ ມາເລເຊຍ. ຮອດປີ 2001, ພະຍາດໂດຍໄວຣັດ Nipah ກໍ່ຂຶ້ນ ກໍລະນີທຳອິດສຳລັບຄົນໄດ້ປະກົດຢູ່ ບັງກະລາເທດ ແລະ ຫຼັງຈາກນັ້ນແມ່ນຢູ່ ອິນເດຍ. ຕາມ WHO, ໂລກພະຍາດໂດຍໄວຣັດ Nipah ກໍ່ຂຶ້ນໄດ້ປະກົດແບບກະແຈກກະຈາຍຢູ່ບາງປະເທດ, ຍັງບໍ່ທັນກາຍເປັນໂລກລະບາດເທື່ອ.

 


This site is protected by reCAPTCHA and the Google Privacy Policy and Terms of Service apply.