ຂ່າວເດັ່ນ

ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈ​ັດ​ກອງ​ປະ​ຊຸມ​ຄັ້ງ​ທີ 8 ກຸ່ມ​ປະ​ຕິ​ບັດ​ງານ ອາ​ຊຽນ ກ່ຽວ​ກັບ​ທາດ​ເຄ​ມີ ແລະ ສິ່ງ​ເສດ​ເຫຼືອ

ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈ​ັດ​ກອງ​ປະ​ຊຸມ​ຄັ້ງ​ທີ 8 ກຸ່ມ​ປະ​ຕິ​ບັດ​ງານ ອາ​ຊຽນ ກ່ຽວ​ກັບ​ທາດ​ເຄ​ມີ ແລະ ສິ່ງ​ເສດ​ເຫຼືອ

(VOVWORLD) - ກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານ ອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ (ກອງປະຊຸມ AWGCW-8) ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ຈະດຳເນີນໃນວັນທີ 5 – 7 ກໍລະກົດ 2023 ຢູ່ທີ່ຮ່າໂນ້ຍ.

ກອງປະຊຸມ AWGCW-8 ຈະດຳເນີນໃນວັນທີ 5 – 7 ກໍລະກົດ 2023 ຢູ່ທີ່ຮ່າໂນ້ຍ (ພາບ: TTXVN)

ກອງປະຊຸມດັ່ງກ່າວ ໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບ ຄະນະເລຂາທິການອາຊຽນ ຈັດຕັ້ງ.

        ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມດັ່ງກ່າວ ຈະປຶກສາຫາລືກ່ຽວກັບ 4 ເນື້ອໃນ ເຊິ່ງລວມມີ: ການເພີ່ມທະວີກຳລັງຄວາມສາມາດ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບເຕັກໂນໂລຢີ, ການປະຕິບັດທີ່ດີທີ່ສຸດ; ຜັນຂະຫຍາຍບັນດາເນື້ອໃນຂອງຖະແຫຼງການຮ່ວມຂອງ ອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ; ຟື້ນຟູບັນດາເຂດຖືກມົນລະພິດຍ້ອນທາດເຄມີ ແລະ ສິ່ງເສດເຫຼືອທີ່ເປັນອັນຕະລາຍ; ອັບເດດໝາກຜົນທີ່ກ່ຽວຂ້ອງເຖິງ ສົນທິສັນຍາ Stockholm ກ່ຽວກັບບັນດາທາດກໍ່ມົນລະພິດອົງຄະທາດ ທີ່ລະລາຍຍາກ (POPs) ຢູ່ກອງປະຊຸມບັນດາຝ່າຍເຂົ້າຮ່ວມ ບັນດາສົນທິສັນຍາ Basel, Rotterdam ແລະ Stockholm ປີ 2022, 2023.

          ໝາກຜົນຂອງກອງປະຊຸມດັ່ງກ່າວ ຈະປະກອບສ່ວນເຂົ້າໃນການສ້າງພາກພື້ນ ອາຊຽນ ສີຂຽວ ແລະ ຍືນຍົງກວ່າ.

This site is protected by reCAPTCHA and the Google Privacy Policy and Terms of Service apply.