ຂ່າວເດັ່ນ

ຫວຽດ​ນາມ ເຊີດ​ຊູ​ຄຸນ​ຄ່າ ສົນ​ທ​ິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທ​ະ​ເລ

ຫວຽດ​ນາມ ເຊີດ​ຊູ​ຄຸນ​ຄ່າ ສົນ​ທ​ິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທ​ະ​ເລ

(VOVWORLD) - ກອງປະຊຸມບັນດາປະເທດສະມາຊິກສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (SPLOS) ຄັ້ງທີ 34 ໄດ້ດຳເນີນແຕ່ວັນທີ 10 – 14 ມິຖຸນາ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີຜູ້ປະຈຳການ ກະຊວງການຕ່າງປະເທດ ຫງວຽນມິງຫວູ ນຳໜ້າຄະນະເຂົ້າຮ່ວມກອງປະຊຸມ.

ກອງປະຊຸມບັນດາປະເທດສະມາຊິກສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (SPLOS) ຄັ້ງທີ 34  (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການເຊີດຊູ, ເຄົາລົບ ແລະ ປະຕິບັດສົນທິສັນຍາ; ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ໃນການບໍລິຫານ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດແບບຍືນຍົງ.

        ກ່ຽວກັບທະເລຕາເວັນອອກ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ສະເໜີໃຫ້ບັນດາປະເທດສະມາຊິກປະຕິບັດນະໂຍບາຍທະເລຢ່າງມີຄວາມຮັບຜິດຊອບ ແລະ ຖືກຕ້ອງຕາມກົດໝາຍ, ພ້ອມກັນຮັບປະກັນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ; ຢັ້ງຢືນ ຫວຽດນາມ ຍາມໃດກໍມານະພະຍາຍາມພ້ອມກັບບັນດາປະເທດໃນພາກພື້ນ ຊຸກຍູ້ການເຄົາລົບສົນທິສັນຍາ ແລະ ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມານະພະຍາຍາມເຈລະຈາເພື່ອບັນລຸໄດ້ COC ຢ່າງແທ້ຈິງ, ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.