ຂ່າວເດັ່ນ

ຫວຽດ​ນາມ ຕອບ​ສະ​ໜອງວັນທົ່ວ​ໂລກ​ອາ​ໄລ​ຫາ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ອຸ​ບັດຕິ​ເຫດ​​ການ​ສັນ​ຈອນ

ຫວຽດ​ນາມ ຕອບ​ສະ​ໜອງວັນທົ່ວ​ໂລກ​ອາ​ໄລ​ຫາ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ອຸ​ບັດຕິ​ເຫດ​​ການ​ສັນ​ຈອນ

(VOVWORLD) -ໂດຍຕອບສະໜອງ “ວັນທົ່ວໂລກອາໄລຫາຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ”, ຕອນຄ່ຳວັນທີ 21 ພະຈິກ, ຄະນະກຳມະການຄວາມປອດໄພໃນການຈະລາຈອນແຫ່ງຊາດ ສົມທົບກັບສະຖານີໂທລະພາບ ຫວຽດນາມ ແລະ ບໍລິສັດລົດ ໂອໂຕ Toyota ຫວຽດນາມ ໄດ້ຈັດພິທີອາໄລຫາຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ.

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ  ອາໄລຫາ ຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ (ພາບ: TTXVN)

ຕາງໜ້າລັດຖະບານຫວຽດນາມ ແລະ ນາຍົກລັດຖະມົນຕີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງຄອບຄົວ, ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ເນັ້ນໜັກວ່າ:

“ຂ້າພະເຈົ້າຮຽກຮ້ອງໃຫ້ປະຊາຊົນທຸກຄົນ ຈົ່ງປະຕິບັດຂໍ້ກຳນົດກົດໝາຍກ່ຽວກັບຄວາມປອດໄພໃນການຈະລາຈອນ ແລະ ຍາມໃດກໍປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເມື່ອເຂົ້າຮ່ວມການຈະລາຈອນຢ່າງເຂັ້ມງວດ, ພ້ອມກັນສ້າງສະພາບແວດລ້ອມຈະລາຈອນທີ່ປອດໄພ ແລະ ສະອາດ.”

ວັນທີ 27 ຕຸລາ 2005, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງ ແລະ ເລືອກເອົາວັນທິດຂອງສັບປະດາທີ 3 ຂອງເດືອນພະຈິກ ເປັນວັນ “ທົ່ວໂລກອາໄລຫາຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ” ຢ່າງເປັນທາງການ. ປີນີ້, ເຫດການຖືກຈັດຂຶ້ນໃນວັນທີ 21 ພະຈິກ. ຕາມບົດລາຍງານຫຼ້າສຸດຂອງອົງການອະນາໄມໂລກໃຫ້ຮູ້ວ່າ ແຕ່ລະປີໃນທົ່ວໂລກ ຍັງມີຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ ເກືອບ 1,3 ລ້ານຄົນ ແລະ ຜູ້ຮັບບາດເຈັບ ເກືອບ 50 ລ້ານຄົນ.ຢູ່ ຫວຽດນາມ, ແຕ່ລະປີມີຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນເກືອບ 7.000 ຄົນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.