ຂ່າວເດັ່ນ

ຫວຽດ​ນາມ ໝູນ​ໃຊ້ເຕັກ​ໂນ​ໂລ​ຢີ​ຊີ​ວະ​ພາບ​ເຂົ້າ​ໃນ​ຂົງ​ເຂດ​ກະ​ສິ​ກຳ

ຫວຽດ​ນາມ ໝູນ​ໃຊ້ເຕັກ​ໂນ​ໂລ​ຢີ​ຊີ​ວະ​ພາບ​ເຂົ້າ​ໃນ​ຂົງ​ເຂດ​ກະ​ສິ​ກຳ

(VOVWORLD) - ຕອນບ່າຍວັນທີ 7 ເມສາ ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ໄດ້ສົມທົບກັບ ສະຫະສະມາຄົມການຄ້າແນວພັນປູກ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບການໝູນໃຊ້ ແລະ ຮັບເອົາເຕັກໂນໂລຢີຊີວະພາບເຂົ້າໃນຂົງເຂດກະສິກຳ ໄດ້ຈັດກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ການປະກອບສ່ວນຂອງການໝູນໃຊ້ເຕັກໂນໂລຢີຊີວະພາບເຂົ້າໃນຂົງເຂດກະສິກຳ ຢູ່ ຫວຽດນາມ”.

ກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ການປະກອບສ່ວນຂອງການໝູນໃຊ້ເຕັກໂນໂລຢີຊີວະພາບເຂົ້າໃນຂົງເຂດກະສິກຳ ຢູ່ ຫວຽດນາມ”

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຊວັນດິ້ງ, ຮອງປະທານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຢັ້ງຢືນວ່າ: ການໝູນໃຊ້ເຕັກໂນໂລຢີຊີວະພາບເຂົ້າໃນຂົງເຂດກະສິກຳ ແມ່ນກຳນົດທິດພັດທະນາຂອງ ລັດຖະບານ ຫວຽດນາມ ແລະ ຍາມໃດກໍແມ່ນໜຶ່ງໃນບັນດາບັນຫາຈຸດສຸມໃນການຄົ້ນຄວ້າ ແລະ ພັດທະນາຂອງ ຫວຽດນາມ. ນີ້ໄດ້ຮັບຖືວ່າ ແມ່ນມາດຕະການມຸ່ງໄປເຖິງການພັດທະນາພື້ນຖານກະສິກຳແບບຍືນຍົງ, ຊ່ວຍໃຫ້ ຫວຽດນາມ ມີຄວາມເປັນເຈົ້າການກວ່າໃນການສະໜອງສະບຽງອາຫານ, ຊ່ວຍເພີ່ມລາຍຮັບໃຫ້ແກ່ບັນດາຄອບຄົວຊາວກະສິອນຂະໜາດນ້ອຍຢູ່ ຫວຽດນາມ ແລະ ສືບຕໍ່ປະກອບສ່ວນເຂົ້າໃນຂະແໜງກະສິກຳຂອງປະເທດ.

        ຢູ່ ຫວຽດນາມ, ຕົ້ນໄມ້ທີ່ໝູນໃຊ້ເຕັກໂນໂລຢີຊີວະພາບ ໄດ້ຮັບອະນຸຍາດໃຫ້ປູກຝັງ ແລະ ຄ້າຂາຍຢ່າງເປັນທາງການ ນັບແຕ່ປີ 2014 ແລະ 2015  ແມ່ນຕົ້ນສາລີ.


This site is protected by reCAPTCHA and the Google Privacy Policy and Terms of Service apply.