ຂ່າວເດັ່ນ

ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ເຊື່ອມ​ຕໍ່​ຂອງ​ອົງ​ການ​ພະ​ລັງ​ງານ​ສາ​ກົນ​ຢ່າງ​ເປັນ​ທາງ​ການ

ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ເຊື່ອມ​ຕໍ່​ຂອງ​ອົງ​ການ​ພະ​ລັງ​ງານ​ສາ​ກົນ​ຢ່າງ​ເປັນ​ທາງ​ການ

(VOVWORLD) - ວັນທີ 19 ກຸມພາ, ຢູ່ນະຄອນຫຼວງ ປາຣີີ ປະເທດຝລັ່ງ, ສະພາລັດຖະມົນຕີອົງການພະລັງງານສາກົນ (IEA) 2026 ໄດ້ຮັບຮອງເອົາສະເໜີນຳຫວຽດນາມ ເຂົ້າເປັນປະເທດເຊື່ອມຕໍ່ຂອງອົງການນີ້ຢ່າງເປັນທາງການ.

ທ່ານປ.ອ Fatih Birol ຜູ້ອຳນວຍການຝ່າຍບໍລິຫານ IEA ຢັ້ງຢືນວ່າບັນດາປະເທດສະມາຊິກຕີລາຄາສູງການຮ່ວມມືນັບມື້ນັບເລິກເຊິ່ງກັບ ຫວຽດນາມ (ພາບ: VOV)

ກ່າວຄຳເຫັນໄຂ, ທ່ານປ.ອ Fatih Birol ຜູ້ອຳນວຍການຝ່າຍບໍລິຫານ IEA ເນັ້ນໜັກວ່າການຮ່ວມມືມຸ່ງໄປເຖິງການສ້າງລະບົບພະລັງງານທົ່ວໂລກທີ່ປອດໄພ, ຍືນຍົງ ແລະ ຮັບປະກັນຄ່າໃຊ້ຈ່າຍທີ່ເໝາະສົມໃຫ້ແກ່ທຸກປະເທດ. ພ້ອມທັງຢັ້ງຢືນວ່າດ້ວຍປະຊາຊົນກວ່າ 100 ລ້ານຄົນ ພ້ອມກັບແຫຼ່ງພະລັງງານທີ່ອຸດົມສົມບູນຄືໄຟຟ້າແສງຕາເວັນ, ໄຟຟ້າແຮງນ້ຳ, ອາຍແກັດ ແລະ ຄວາມສາມາດໃນການພັດທະນາໄຟຟ້ານິວເຄຼຍ ໃນອະນາຄົດ, ຫວຽດນາມ ຈະສວມບົບດາດເຊື່ອມຕໍ່ສຳຄັນໃນ IEA.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຈິງດຶກຫ໋າຍ ເອກອັກຄະລັດຖະທູດ ຫວຽດນາມປະຈຳ ຝລັ່ງ ເນັ້ນໜັກວ່າ ຫວຽດນາມ ເຂົ້າຮ່ວມ IEA ມີຄວາມໝາຍສຳຄັນພິເສດເມື່ອປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຢຶດໝັ້ນກັບເປົ້າໝາຍນຳການປ່ອຍທາດ ກາກບອນລົງລະດັບ 0 ແລະ ຫັນພະລັງງານເປັນສີຂຽວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.