ຂ່າວເດັ່ນ

ຫວຽດ​ນາມ ກໍ​ນອນ​ໃນການ​ເດີນ​ທາງ​ຄົ້ນ​ຫາ​ພິ​ເສດ​​ຂອງສະ​ພາພູມ​ສາດ ລາ​ຊະວົງ ການາ​ດາ

ຫວຽດ​ນາມ ກໍ​ນອນ​ໃນການ​ເດີນ​ທາງ​ຄົ້ນ​ຫາ​ພິ​ເສດ​​ຂອງສະ​ພາພູມ​ສາດ ລາ​ຊະວົງ ການາ​ດາ

(VOVWORLD) - ບັນດານັກຊ່ຽວຊານຂອງສະພາພູມສາດລາຊະວົງ ການາດາ (RCGS) ຈະເດີນທາງມາ ຫວຽດນາມ ໃນທ້າຍປີນີ້, ເຊິ່ງເປັນສ່ວນໜຶ່ງຂອງລາຍການຄົ້ນຫາພິເສດ ທີ່ມີຊື່ວ່າ “RCGS Quests” ເຊິ່ງຖືກຈັດຂຶ້ນປະຈຳປີ.

ການສະແດງສິລະປະຂັບປາຍຈອຍ ຢູ່ ໂຮ້ຍອານ, ແຂວງ ກວ໋າງນາມ (ພາບ: VOV)

ບັນດານັກພູມສາດ ແລະ ຄູອາຈານຢູ່ມະຫາວິທະຍາໄລ Mount Royal (ການາດາ), ທ່ານນາງ Lynn Moorman ຈະເປັນຜູ້ນຳພາລາຍການຄົ້ນຫາ ຫວຽດນາມ. ໃນລາຍການນີ້, ເຂົາເຈົ້າຈະໄປຢ້ຽມຊົມທັດສະນະສຶກສາຢູ່ຫຼາຍສະຖານທີ່ຢູ່ພາກເໜືອ, ເມືອງເກົ່າຢູ່ພາກກາງ, ແຄມທະເລ, ເຂດພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ, ເຂດຊົນນະບົດທີ່ລຽບງ່າຍ ຕະຫຼອດຮອດການດຳລົງຊີວິດທີ່ຄຶກຄື້ນຢູ່ນະຄອນ ໂຮ່ຈີມິນ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ບັນດາລາຍການສະແດງສິລະປະພື້ນເມືອງ ກໍເປັນໜຶ່ງໃນບັນດາກິດຈະກຳບຸລິມະສິດຂອງລາຍການນີ້, ເພື່ອແນໃສ່ເຊີດຊູ ແລະ ສົ່ງເສີມການອະນຸລັກຮັກສາວັດທະນະທຳຂອງປະເທດປະຈຳຖິ່ນ.  

        ການຢ້ຽມຢາມ ຫວຽດນາມ ຂອງ ສະພາພູມສາດລາຊະວົງ ການາດາ ແມ່ນສ່ວນໜຶ່ງໃນລາຍການຄົ້ນຫາພິເສດ “RCGS Quests” - ເຊິ່ງເປັນການຮ່ວມມືລະຫວ່າງສະພາພູມສາດລາຊະວົງ ການາດາ ແລະ ບໍລິສັດທ່ອງທ່ຽວ Exodus Travels ທີ່ມີສຳນັກງານຕັ້ງຢູ່ ອາເມລິກາ. ນອກຈາກ ຫວຽດນາມ ແລ້ວ,  “RCGS Quests” ປີ 2024 ນີ້ ຍັງຈະໄປທັດສະນະສຶກສາຢູ່ບັນດາປະເທດ ອີຕາລີ, ເຄນຢາ, ຈໍແດນ ແລະ ອີຢິບ ອີກດ້ວຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.