ຂ່າວເດັ່ນ

ຫວຽດ​ນາມ - ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ຕິດ​ຕາມກວດ​ກາ, ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ

ຫວຽດ​ນາມ - ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ຕິດ​ຕາມກວດ​ກາ, ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ

(VOVWORLD) - ໝາກຜົນປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ 2 ຄະນະກວດກາສູນກາງພັກ ໄດ້ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເວົ້າລວມ, ລະຫວ່າງ 2 ອົງການກວດກາສູນກາງເວົ້າສະເພາະ.

ກອງປະຊມສົນທະນາ (ພາບ: VOV)

ຕອນເຊົ້າວັນທີ 04 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ເຈີນເກີມຕູ້ ກຳມະການກົມການເມືອງ, ເລຂາສູນກາງພັກ, ປະທານຄະນະກວດກາສູນກາງພັກ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄດ້ເປັນປະທານກອງປະຊມສົນທະນາກັບ ຄະນະຜູ້ແທນຂັ້ນສູງຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ, ໂດຍທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງ, ເລຂາສູນກາງພັກ, ປະທານຄະນະກວດກາສູນກາງ, ຫົວໜ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫຼວງສູນກາງ, ຫົວໜ້າອົງການກວດກາແຫ່ງລັດ ລາວ ເປັນຫົວໜ້າຄະນະ.

          ໃນກອງປະຊຸມສົນທະນາ, ສອງຝ່າຍຖືວ່າ ໝາກຜົນປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ 2 ຄະນະກວດກາສູນກາງພັກ ໄດ້ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເວົ້າລວມ, ລະຫວ່າງ  2 ຄະນະກວດກາສູນກາງພັກເວົ້າສະເພາະ. ໃນໄລຍະຈະມາເຖິງ, ສອງຝ່າຍ ຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນໃນ ເອກະສານຮ່ວມມືລະຫວ່າງ 2 ຄະນະ ໄລຍະ 2022 – 2026. ສອງຝ່າຍໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບບັນດາບົດຮຽນປະສົບການອັນລ້ຳຄ່າໃນວຽກງານກວດກາ, ຕິດຕາມກວດກາ, ປະຕິບັດລະບຽບວິໄນພັກ ແລະ ວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ພ້ອມທັງເປັນເອກະພາບກັນກ່ຽວກັບທິດທາງ, ມາດຕະການຕ່າງໆ ເພື່ອສືບຕໍ່ເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມືຮອບດ້ານລະຫວ່າງ ສອງພັກ, ສອງລັດ, ປະຊາຊົນສອງປະເທດ ແລະ ລະຫວ່າງສອງຄະນະກວດກາສູນກາງຂອງສອງພັກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.